Ad

Ad

22 October 2015

ຍຸດທະສາດການພັດທະນານະຄອນຫຼວງວຽງຈັນອີກ 10 ປີຕໍ່ໜ້າ

ທ່ານ ສິນລາວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນໃຫ້ຮູ້ວ່າ: ນະຄອນຫຼວງວຽງຈັນ ໄດ້ຮ່າງວິໄສທັດ ແລະ ວາງຍຸດທະສຸດໃນການພັດທະນາເສດຖະກິດ-ສັງຄົມໃນຕໍ່ໜ້າເພື່ອຍົກສູງຊີວິດກນເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເປັນລຳດັບ, ຕາມ6 ວິໄສທັດ ແລະ 6 ຍຸດທະສາດໃນການພັດທະນາໃນ 10 ປີຕໍ່ໜ້າ ແລະ 1 ໃນ 6 ວິໄທທັດ ແລະ 4 ໃນ 6 ຍຸດທະສາດ ນັ້ນແມ່ນເລັ່ງໃສ່ການພັດທະນາທາງດ້ານກະສິກຳໃຫ້ມີຄວາມຍືນຍົງເພື່ອຄ້ຳປະກັນສະບຽງອາຫານ,ພ້ອມທັງໄດ້ກຳນົດ 6 ໂຄງການບຸກທະລຸ ແລະ 16 ໂຄງການໃຫຍ່ລະດັບຊາດຮອດປີ 2020 ແລະ ສຳລັບຂະແໜງກະສິກຳນະຄອນຫຼວງວາງເປົ້າໃຫ້ມີການຂະຫຍາຍ ຕົວ 7 % ຕໍ່ປີ ແລະ ໃຫ້ເກວມເອົາ 14 % ຂອງ GDP.

ທ່ານເຈົ້າຄອງກ່າວວ່າ: ໃນຕໍ່ໜ້ານີ້ນະຄອນຫຼວງວຽງຈັນຈະເລັ່ງໃສ່ຈັດຕັ້ງປະຕິບັດຫຼາຍໂຄງການທີ່ກ່ຽວພັນເຖິງການພັດທະນາກະສິກຳເຊັ່ນ: ໂຄງການປົດປ່ອຍການເຮັດນາ, ດ້ວຍການປັບປຸງນາໄຮ່ນ້ອຍ ເປັນນາ ໄຮ່ໃຫຍ່ (ນາຫວານ) ,ສົ່ງເສີມການນຳໃຊ້ກົນຈັກ ເຂົ້າໃນການຜະລິດ ແລະ ຫຼຸດ ຜ່ອນການໃຊ້ແຮງງານຄົນເຂົ້າໃນການຜະລິດໃຫ້ໄດ້ 10 % ຕໍ່ປີ ແລະ ຜະລິດເຂົ້າ ເປືອກໃຫ້ໄດ້ 1,8 ລ້ານໂຕນຕໍ່ປີ, ລະເລ່ຍພົບລະເມືອງຜູ້ໜຶ່ງ ໃຫ້ມີເຂົ້າກຸ້ມກິນ 300 ກິໂລຕໍ່ປີດັ່ງນັ້ນຈະໄດ້
ສຸມໃສ່ປະຕິບັດໂຄງການຄ້ຳປະກັນສະ ບຽງ ອາຫານຮ່ວມກັບລັດຖະບານໃນເນື້ອທີ່ 70 ພັນກວ່າເຮັດຕາ,ໂຄງການສົ່ງເສີມການຜະ ລິດ ເຂົ້າອິນຊີເປັນສິນຄ້າຊຶ່ງປັດຈຸບັນນະຄອນຫຼວງມີເຖິງ 150 ກຸມທີ່ຜະລິດເຂົ້າອິນຊີ,ໂຄງ ການສົ່ງເສີມການລ້ຽງສັດເປັນສິນຄ້າເຊັ່ນ: ງົວ, ຄວາຍ, ໝູ, ເປັດ, ໄກ່ ແລະ ຕົ້ນຕໍ່ແມ່ນປາ, ດ້ວຍວິທີສົ່ງເສີມເສດຖະກິດຄອບຄົວແບບເປີດກວ້າງ, ແບບເປັນຟາມ, ນຳໃຊ້ເຕັກນິກວິທະຍາສາດເຂົ້າໃນຜະລິດ, ການລ້ຽງ, ເພື່ອຍົກສູງທາງດ້ານປະລິມານ ແລະ ຄຸນນະພາບ, ໂຄງການຜະລິດກະເສດເພື່ອເປັນວັດຖຸດິບປ້ອມໃຫ້ໂຮງງານອຸດສາຫະກຳ.  

No comments:

Post a Comment