Ad

Ad

22 October 2015

ລາວ​ໄອ​ທີ​ພັດທະນາ ພ້ອມ​ແລ້ວ​ທີ່​ຈະ​ໃຫ້​ບໍລິການ​​ໃນ​ຍຸກ AEC

 
           ໃນຍຸກທີ່ເຕັກໂນໂລຊີພວມໄດ້ຮັບຄວາມນິຍົມຢ່າງສູງສຸດ ສ້າງຄວາມສະດວກສະບາຍ​​ແກ່ການສື່ສານຂອງມະນຸດເຮົາແລະເພື່ອກຽມຄວາມພ້ອມເຂົ້າສູ່ການເປັນປະຊາຄົມ​ ​ເສດຖະກິດອາຊຽນ ບໍລິສັດ  ລາວພັດທະນາໄອທີ ຜູ້ນຳບໍລິການໄອທີຄົບວົງຈອນໃນປະເທດລາວ ພ້ອມແລ້ວທີ່ຈະບໍລິການ​​ໃນຍຸກ AEC.
            ໃນວັນທີ 21 ຕຸລາ 2015 ນີ້ ຢູ່ໂຮງແຮມຣັດສະຫມີ ພລາຊາ ນະຄອນຫລວງວຽງຈັນໄດ້ຈັດງານ Lao IT Vevelopment Convention ປະຈຳປີ 2015 ​ໂດຍບໍລິສັດ  ລາວໄອທີພັດທະນາ ຈຳກັດ ຫລື LaoITDev ບໍລິສັດຜູ້ນຳດ້ານພັດທະນາຊອບແວແລະ ບໍລິການໄອທີຄົບວົງຈອນໃນປະເທດລາວ ໂດຍການເປັນປະທານຂອງທ່ານ ທະນົງສັກ ສຸກສະຫວັດ ປະທານບໍລິສັດ ພາຍໃຕ້ຄຳຂວັນທີ່ວ່າ : “ ພວກເຮົາພ້ອມແລ້ວທີ່ຈະບໍລິການທ່ານໃນຍຸກ AEC ”  ​ໂດຍ​​ໄດ້ເຊີນເອົາໂຕ​​ແທນຈາກກະຊວງຕ່າງໆຂອງພາກລັດ, ບໍລິສັດ, ຫ້າງຮ້ານເຂົ້າຮ່ວມຮັບຟັງເປັນຈຳນວນຫລາຍ.
 ​ປະທານ ບໍລິສັດ ​​ລາວໄອທີພັດທະນາໄດ້ກ່າວຈຸດປະສົງວ່າ : ພວກເຮົາໄດ້ຕັ້ງຫນ້າສຶກສາຄົ້ນຄວ້າໂດຍໄດ້ຍຶດເອົາ 14 ບຸກທະລຸແລະ 3 ສ້າງ ຂອງພັກເປັນບ່ອນອີງໃນການສຶກສາຄົ້ນຄວ້າເພື່ອກຽມພ້ອມທີ່ຈະຮັບໃຊ້ວຽກງານໃນດ້ານໄອທີຂອງພາກລັດແລະເອກະຊົນ ​​ໃຫ້ມີຄວາມພ້ອມການເຊື່ອມໂຍງພາຍໃນປະເທດ ຕົ້ນຕໍແມ່ນເຂົ້າປະຊາຄົມອາຊຽນໃນທ້າຍປີ
2015 ນີ້ເພື່ອໃຫ້ການຮ່ວມມືທັງໃນແລະ ພາກພື້ນ​  ​ເພື່ອເອົາສິ່ງທີ່ດີທີ່ສຸດມາສູ່ສັງຄົມລາວ​. ວຽກງານໄອທີຖືວ່າເປັນວຽກງານທີ່ມີຄວາມສຳຄັນເຊິ່ງຕິດພັນກັບການພັດທະນາ ສາມາດສ້າງຄວາມສະດວກສະບາຍ ຄວາມວ່ອງ​​ໄວໃຫ້ມີປະສິດທິພາບໃຫ້ແກ່ວຽກງານນັ້ນໆ ສິ່ງທີ່ສຳຄັນທີ່ສຸດໃນວຽກງານໄອທີ ທຸກໆສິ່ງລ້ວນແຕ່ຖືກພັດທະນາຂຶ້ນເພື່ອແກ້ໄຂບັນຫາຕ່າງໆໂດຍນຳໃຊ້ເຕັກໂນໂລຊີທີ່ທັນສະໄຫມເຂົ້າມາຊ່ວຍໃຫ້ສຳເລັດ.
ບໍລິສັດ ຍັງໄດ້ນຳສະເຫນີບໍລິການດ້ານໄອທີທີ່ຫລາກຫລາຍ ພ້ອມກັບຄູ່ຮ່ວມງານທັງຈາກພາຍໃນແລະ ຕ່າງປະເທດເພື່ອຮອງຮັບການແຂ່ງຂັນທີ່ສູງຂຶ້ນແລະ ໄດ້ນຳເອົານະວັດຕະກຳໃຫມ່ມາໃຫ້ບໍລິການແກ່ສັງຄົມ ທັງ ຊອບແວແລະ ຮາດແວເຊ່ັນ​​ : ລະບົບຄຸ້ມຄອງບໍລິຫານເອກະສານ​ ( e-Document System ); ບໍລິການລະບົບຄວາມປອດໄພທາງດ້ານຂໍ້ມູນຂ່າວສານແລະເຄືອຂ່າຍ  ( Information and Network Security );  ບໍລິການພັດທະນາເວັບໄຊ ( Website Development );  ບໍລິການຕະຫລາດອອນ​​ໄລ ( Online Marketing );  ບໍລິການພັດທະນາແອັບພລີເຄຊັນມືຖື ( Mobile Application Development ); ບໍລິການດ້ານອຸປະກອນໄອທີ ( Hardware Solution );  ບໍລິການເຝິກຮົມໄລຍະສັ້ນ ( IT Course and Semina ); ບໍລິການລະບົບບໍລິຫານອິນເຕີເນັດ ( BlueBox Internet Manaement System ) ​ແລະເຕັກໂນ​​ໂລຊີ RFID ( RFID Solution ).

ສຳລັບບໍລິສັດ ລາວໄອທີພັດທະນາ ຈຳກັດເຄີຍໄດ້ຮັບລາງວັນ ASEAN ICT AWARD ປະຈຳປີ 2012 ​ແລະ ຖືກສະເຫນີຊື່ເປັນໂຕແທນປະເທດລາວເຂົ້າຮ່ວມງານປະກວດລາງວັນ World Submit Award ປະຈຳປີ 2013 ​ແລະ 2015 ຂອງອົງການສະຫະປະຊາຊາດ.

No comments:

Post a Comment