Ad

Ad

22 October 2015

ການປະ​ກວດນາງ​ສາວ​ລາວ​ປີ​ນີ້ ຢືນຢັນ​​ໃຫ້​ມີ​ຄວາມ​ເປັນ​ທຳ

     ​ຄະນະຮັບຜິດຊອບໂຄງການປະກວດນາງສາວລາວ 2015 ​ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມລາວພັດທະນາເມື່ອວັນທີ 20 ຕຸລານີ້, ​ຕໍ່ກັບກໍລະນີທີ່ມີກະແສວິພາກວິຈານ ຈາກ​​ມວນຊົນຢ່າງຫລວງຫລາຍວ່າ : ຕົ້ນອາທິດຜ່ານມານີ້ ກອງປະກວດນາງສາວລາວ 2015, ​ໄດ້ຈັດການຄັດເລືອກຮອບທີ 2 ຂຶ້ນ,ເຊິ່ງມີສາວງາມຈາກທົ່ວປະເທດເຂົ້າຮ່ວມ 39 ຄົນ, ມີຄະນະກຳມະການ 5 ທ່ານເຂົ້າຮ່ວມຕັດສິນໃນຮອບດັ່ງກ່າວ, ເພື່ອເລືອກເອົາສາວງາມ​ 20 ຄົນສຸດທ້າຍເຂົ້ານັ້ນ ບໍ່ຍຸຕິທຳ, ບາງຄົນງາມແຕ່ບໍ່ໄດ້ຮັບຮັບການຄັດເລືອກແລະ ອື່ນໆເຊ່ິງຕໍ່ບັນຫານີ້ຮອບຊີງຊະນະເລີດທາງຄະນະກຳມະການໄດ້ຢືນຢັນວ່າ: ​ໄດ້ມີການຄັດເລືອກແລະ ຕັດສິນດ້ວຍຄວາມຍຸຕິທຳແລະໃຫ້ຄະແນນຕາມເງື່ອນໄຂທຸກຂັ້ນຕອນ, ພ້ອມທັງປະຕິບັດຕາມລະບຽບການທີ່ເຄີຍເຮັດຜ່ານມາໃນທຸກໆປີຕາມມາດຕະຖານ ຄວາມສູງ, ຄວາມງາມ, ບຸກຄະລິກດີ, ຄວາມຮູ້, ຄວາມສາມາດ, ມະນຸດສຳພັນດີແລະ ນອກຈາກນີ້ສາວງາມຍັງຕ້ອງມີຄວາມສາມາດຕອບຄຳຖາມທີ່ທາງຄະນະກຳມະການຕັ້ງຂຶ້ນເພື່ອຊ່ວຍ​​ໃຫ້ການຄັດເລືອກເອົານາງສາວງາມ ທັງ 20 ຄົນ​​ໄດ້ດີຂຶ້ນຕື່ມ​ ​ແລະ ຄະນະກຳມະການໃຫ້ຮູ້ອີກວ່າ: ສາວງາມທັງ 20 ຄົນທີ່ຜ່ານ​​ເຂົ້າຮອບສຸດທ້າຍນີ້ແມ່ນມີຄວາມ​​ສາມາດແລະເໝາະສົມທີ່ຈະຜ່ານເຂົ້າຮ່ວມສຸດທ້າຍຫລາຍທີ່ສຸດແລະ ການຄັດເລືອກຄັ້ງນີ້ແມ່ນເລືອກດ້ວຍຄວາມ​​ເປັນທຳ​ ​ແລະ ບໍ່ມີ​​ໄດ້ມີການຊື້ຈ້າງໃດໆທັງສິ້ນ.

     ໃນໄລຍະນີ້ ສາວງາມຈຳນວນ 20 ຄົນແມ່ນໄດ້ເກັບໂຕເຮັດກິດຈະກຳຮ່ວມກັບກອງປະກວດຢ່າງຕໍ່ເນື່ອງ​​ເປັນຕົ້ນການຖ່າຍຮູບໂພດເຕີ້ຢູ່ເດີ່ນພະທາດຫລວງ​, ​ຖ່າຍວີທີອາ ແນະນຳຕົນເອງ ຢູ່ສະໜາມກ໋ອບແລະ ຈະໄດ້ເດີນທາງໄປຢ້ຽມຢາມສະຖາບັນການສຶກສາ, ສະຖານທີ່ສັກສິດແລະ ສຳຄັນຕ່າງໆນະຄອນຫລວງວຽງຈັນ, ພ້ອມໄດ້ນຳພາສາວງາມທັງ 20 ຄົນລົງໄປຢ້ຽມຢາມສວນກາ​​ເຟ ທີ່ແຂວງຈຳປາສັກ ແລະຈະມີການຝຶກຊ້ອມຍ່າງຢູ່ເທີເວທີ​, ບຸກຄະລິກໃນການວາງໂຕ, ການເວົ້າຈາ, ​ການແຕ່ງໜ້າດ້ວຍຕົນເອງແລະໃນອາທິດສຸດທ້າຍຈະມີການເກັບໂຕ ເພື່ອກຽມຄວາມພ້ອມໃຫ້ການປະກວດຮອບສຸດທ້າຍເຊ່ິງຈະຈັດຂຶ້ນໃນທ້າຍເດືອນພະຈິກນີ້.

     ສຳລັບການສົ່ງກຳລັງໃຈ​ ​ແລະໂຫວດໃຫ້ຄະແນນສາວງາມທັງ 20 ຄົນດັ່ງກ່າວໄດ້ໂດຍການ ພິມ​ M ຕາມດ້ວຍໝາຍເລກຂອງນາງສາວແລ້ວສົ່ງໄປເບີ 1481 ຂອງເຄືອຂ່າຍລາວໂທລະຄົມແລະອີທີເອວໄດ້ທຸກເວລາແລະຕິດຕາມການເຄື່ອນໄຫວຂອງ ເຂົາເຈົ້າໄດ້ທີ່ເຟສບຸກໂດຍການພິມຄຳວ່າ: ນາງສາວລາວ Miss laos 2015.

No comments:

Post a Comment