Ad

Ad

22 October 2015

3 ພະຈິກວັນຊົນລະປະທານແຫ່ຊາດລາວ ຕັ້ງເປົ້າ ຜະລິດເຂົ້າເປືອກໃຫ້ໄດ້ 4,2 ລ້ານໂຕນ

ກະຊວງກະສິກໍາ ແລະ ປ່າໄມ້ໃຫ້ຮູ້ວ່າ: ໃນວັນທີ 3 ພະຈິກຈະເຖິງນີ້, ແມ່ນວັນຊົນລະປະທານແຫ່ງຊາດ ແລະ ເພື່ອເຮັດໃຫ້ວັນດັ່ງກ່າວມີຄວາມໝາຍສໍາຄັນຍິ່ງຂຶ້ນຕໍ່ການຜະລິດກະສິກໍາ ແລະ ຄໍ້າປະກັນສະບຽງອາຫານພາຍໃນປະເທດໃຫ້ຍືນຍົງນັ້ນ, ລັດຖະມົນຕີວ່າການກະຊວງກະສິກໍາ-ປ່າໄມ້, ຈຶ່ງໄດ້ອອກຄໍາສັ່ງໃຫ້ສ້າງຂະບວນກາອະນາໄມລະບົບຫົວງານ ແລະ ຄອງເໝືອງຊົນລະປະທານທຸກແຫ່ງໃຫ້ດີຂຶ້ນ, ຂະນະທີ່ສົກປີນີ້ເປັນປີເລີ່ມຕົ້ນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VIII, ລັດຖະບານໄດ້ຕັ້ງເປົ້າຜະລິດເຂົ້າເປືອກໃຫ້ໄດ້ຫລາຍກວ່າ 4,2 ລ້ານໂຕນເພື່ອປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ສົ່ງເສີມການຜະລິດເປັນສີນຄ້າ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າຕາມທິດຍືນຍົງ.
ສໍາລັບຄໍາສັ່ງຂອງລັດຖະມົນຕີວ່າການກະຊວງກະສິກໍາ-ປ່າໄມ້ແມ່ນມີເນື້ອໃນຄື: ໃຫ້ກົມຊົນລະປະທານສົມ ທົບກັບພະແນກກະສິກໍາ-ປ່າໄມ້ປະຈໍາແຂວງ, ນະຄອນຫລວງວຽງຈັນ, ອົງການປົກຄອງທ້ອງຖິ່ນ ແລະ ຂະແໜງການກ່ຽວຂ້ອງອື່ນໆສືບຕໍ່ໂຄສະນາເຜີຍແຜ່ຂອງກົດໝາຍວ່າດ້ວຍຊົນລະປະທານດ້ວຍຫລາຍຮູບແບບ,ຫລາຍລະດັບ ແລະ ຫລາຍວິທີການແຕກຕ່າງກັນຕາມຈຸດພິເສດຂອງແຕ່ລະເປົ້າໝາຍໂດຍຜ່ານສື່ມວນຊົນຕ່າງໆເຊັ່ນ: ໜັງສືພິມ, ໂທລະພາບ ແລະ ວິທະຍຸ,
ຈັດຕັ້ງກິດຈະກໍາຖາມ-ຕອບ, ແຈກຢາຍປື້ມ-ສິ່ງພີມກ່ຽວກັບກົດໝາຍກ່ຽວຂ້ອງໃຫ້ແກ່ພະນັກງານ, ທະຫານ, ຕໍາຫລວດ, ຜູ້ປະກອບການ, ພໍ່ຄ້າຊາວຂາຍ, ຕະຫລອດຮອດປະຊາຊົນບັນດາເຜົ່າ, ໂດຍຍົກໃຫ້ເຫັນຄວາມໝາຍສໍາຄັນຂອງວຽກງານຊົນລະປະທານຕໍ່ກັບການຜະລິດກະສິກໍາ ແລະ ຊີວິດການເປັນຢູ່ຂອງປະຊາຊົນເພື່ອໃຫ້ເຂົາເຈົ້າໄດ້ຮັບຮູ້, ເຂົ້າໃຈ ແລະ ເຂົ້າຮ່ວມຈັດຕັ້ງປະຕິບັດຢ່າງເປັນເຈົ້າການ, ໃຫ້ພະແນກກະສິກໍາ-ປ່າໄມ້ປະຈໍາແຂວງ, ນະຄອນຫລວງວຽງຈັນປະສານສົມທົບກັບພາກສ່ວນກ່ຽວຂ້ອງປຸກລະດົມຂົນຂວາຍທຸກກໍາລັງແຮງເຊັ່ນ: ຊາວໜຸ່ມ, ນັກຮຽນ-ນັກສຶກສາ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ປະຊາຊົນເພື່ອສ້າງຂະບວນການອອກແຮງງານ, ອະນາໄມຫົວງານ, ລະບົບຄອງເໝືອງ, ປະຕູນໍ້າ ແລະ ຊົນລະປະທານໃຫ້ເປັນຂະບວນຟົດຟື້ນເພື່ອໃຫ້ນໍ້າໄຫລສະດວກ, ຫລຸດຜ່ອນການຮົ່ວຊືມຂອງນໍ້າ, ຮັບປະກັນການສະໜອງນໍ້າເຂົ້າສູ່ການຜະລິດກະສິກໍາໃຫ້ທັນລະດູການຢ່າງພຽງພໍ ແລະ ຕໍ່ເນື່ອງ, ພ້ອມທັງຊຸກຍູ້, ເລັ່ງທວງໃຫ້ຜູ້ຮັບເໝົາກໍ່ສ້າງ-ສ້ອມແປງບັນດາໂຄງການຊົນລະ ປະທານທຸກຂະໜາດ, ທຸກປະເພດທີ່ໄດ້ລົງນາມໄປແລ້ວນັ້ນປະຕິບັດໜ້າວຽກໃຫ້ສໍາເລັດຕາມກໍານົດເວລາເພື່ອໃຫ້ທັນສະໜອງນໍ້າໃຫ້ແກ່ການຜະລິດລະດູແລ້ງສົກປີ 2015-2016. ສໍາລັບການຈັດຕັ້ງພິທີເນື່ອງໃນໂອກາດວັນຊົນລະປະ ທານແຫ່ງຊາດນີ້, ໃຫ້ອີງໃສ່ສະພາບເງື່ອນໄຂຂອງແຕ່ລະທ້ອງຖິ່ນ, ແຕ່ຕ້ອງຮັບປະກັນເນືອໃນ ແລະ ຮູບການເປັນສໍາຄັນ, ບົນຈິດໃຈປະຢັດມັດທະຍັດ ແລະ ໃຫ້ຖືເອົາວັນດັ່ງກ່າວເຜີຍແຜ່ຜົນສໍາເລັດຂອງຂະແໜງການໃນໄລຍະຜ່ານມາ, ພ້ອມທັງຖອດຖອນບົດຮຽນໄປພ້ອມ ແລະ ຮຽກຮ້ອງໃຫ້ກະສິກອນທຸກທົ່ວໜ້າໄດ້ພ້ອມກັນປະຕິບັດຕາມທິດນໍາທີ່ວ່າ: “ລັດ ແລະ ປະຊາຊົນພ້ອມກັນເຮັດເພື່ອໃຫ້ໄດ້ຮັບຜົນຜະລິດກະສິກໍາເພີ່ມຫລາຍຂຶ້ນ, ກໍຄືບັນລຸຄາດໝາຍການຜະລິດເຂົ້າເປືອກສົກປີ 2015-2016 ໃຫ້ໄດ້ຫລາຍກວ່າ 4,2 ລ້ານໂຕນຕາມແຜນການວາງໄວ້.

No comments:

Post a Comment