Ad

Ad

22 October 2015

ດິນເຈື່ອນທັບ​ເສັ້ນທາງເປັນບໍລິເວນກວ້າງເຂດ​ເມືອງພູຄູນ


ຕາມການລາຍງານຂອງນັກຂ່າວທ້ອງຖິ່ນໃຫ້ຮູ້ວ່າ: ໃນເຊົ້າວັນທີ 20 ຕຸລາຜ່ານມາ, ໄດ້ເກີດເຫດດິນເຈື່ອນທັບເສັ້ນທາງເປັນບໍລິເວນກວ້າງຢູ່ເມືອງພູຄູນ, ແຂວງຫລວງພະບາງ, ໃນເສັ້ນທາງໄປແຂວງຊຽງຂວາງ, ຫ່າງຈາກສາມແຍກພູຄູນປະມານ 3 ກິໂລແມັດ, ເບື້ອງຕົ້ນຍັງບໍ່ມີລາຍງານຜູ້ໄດ້ຮັບບາດເຈັບຫລືເສຍຊີວິດແຕ່ຢ່າງໃດຈາກ
ໄພທໍາມະຊາດຄັ້ງນີ້, ແຕ່​​ສົ່ງຜົນກະທົບເຮັດໃຫ້ການສັນຈອນບົນເສັ້ນທາງດັ່ງກ່າວເປັນອຳມະພາດລົດບໍ່ສາມາດສັນຈອນໄປມາໄດ້ຫລາຍຊົ່ວໂມງ, ປັດຈຸບັນເຈົ້າໜ້າທີ່ກ່ຽວຂ້ອງພວມນໍາເອົາກົນຈັກໜັກເຂົ້າສ້ອງແປງແກ້ໄຂເພື່ອຮັບປະກັນໃຫ້ການສັນຈອນກັບຄືນສູ່ສະພາບປົກກະຕິໂດຍໄວ, ສະນັ້ນ ທ່ານໃດມີຈຸດປະສົງເດິນທາງໄປແຂວງຊຽງຂວາງໂດຍຜ່ານເມືອງພູຄູນຂໍໃຫ້ມີຄວາມລະມັດລະວັງໃນການຂັບຂີ່ພ້ອມທັງສອບຖາມສະພາບເສັ້ນທາງໃຫ້ດີເພື່ອປ້ອງກັນອັນຕະລາຍ ແລະຮັບປະກັນບໍ່ໃຫ້ເສຍເວລາການເດິນທາງ.



No comments:

Post a Comment