Ad

Ad

21 October 2015

ກອງ​ປະຊຸມ​ໃຫ່ຍຜູ້​ແທນ​ແມ່ຍິງ​ລາວ​ທົ່ວ​ປະ​ເທດຄັ້ງ​ທີ VII ​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງການ

     ​ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VII ຂຶ້ນຢ່າງເປັນທາງການ ໃນວັນທີ 20-21 ຕຸລານີ້, ຢູ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ຈູມມາລີໄຊຍະສອນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ພ້ອມດ້ວຍຜູ້ແທນແມ່ຍິງລາວທົ່ວປະເທດເຂົ້າຮ່ວມເປັນຈຳ ນວນຫລາຍ.

     ທ່ານນາງ ສີໃສ ລືເດດມູນສອນ ປະທານສູນກາງສະຫະພັນແມ່ຍິງລາວໄດ້ກ່າວໄຂກອງປະຊຸມວ່າ: ກອງປະຊຸມ​​ໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VII ​​ໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ, ທ່າມກາງທົ່ວພັກ, ທົ່ວກອງທັບແລະ ປວງຊົນລາວທັງຊາດໄດ້ເປັນເຈົ້າການໃນການຈັດຕັ້ງຜັນຂະຫຍາຍມະຕິ​ IX ຂອງພັກ, ​ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII ​ເຂົ້າໃນທຸກຂົງເຂດວຽກງານດ້ວຍບັນຍາກາດຟົດຟື້ນ, ມີຄວາມເອກອ້າງທະນົງໃຈແລະ ປິຕິຊົມຊື່ນຕໍ່ການ​​ເຕີບໃຫຍ່ຂະຫຍາຍຕົວແລະ ຜົນງານອັນໃຫຍ່ຫລວງຂອງພັກປະຊາຊົນປະຕິວັດລາວ
ຕະຫລອດໄລຍະ​ 60 ປີຜ່ານມາ, ​ເອົໃຈໃສ່ຊຸກຍູ້ຂະບວນການແຂ່ງຂັນຮັກຊາດ-ພັດທະນາ, ປະຕິບັດວຽກງານ 3 ສ້າງຢ່າງມີປະສິດທິຜົນແລະໃນ​​ໂອກາດນີ້ ຜູ້ແທນ​​​ກອງປະຊຸມດັ່ງກ່າວ ຍັງ​​ໄດ້ຮັບຟັງແລະ ຮັບຮອງເອົາການສະຫລຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VI ​ໃນ 5ປີຜ່ານມາ, ພ້ອມກັນນັ້ນ ຍັງໄດ້ຄົ້ນຄວ້າປະກອບຄຳຄິດຄຳເຫັນແລະ ຮັບຮອງເອົາວິໄສທັດພັດທະນາແມ່ຍິງຮອດປີ 2030, ຍຸດທະສາດ ພັດທະນາແມ່ຍິງຮອດປີ 2025 ​ແລະແຜນພັດທະນາແມ່ຍິງ 5 ປີໃຫ້ສອດຄ່ອງກັບໜ້າທີ່ການເມືອງຂອງພັກໃນໄລຍະໃໝ່, ​ແນໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ​ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັງ້ທີ VIII ​ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VII ​ໃຫ້ປະກົດຜົນເປັນຈິງ. ຜູ້ແທນກອງປະຊຸມຍັງໄດ້ຮັບ ຮອງເອົາກົດລະບຽບສະຫະພັນແມ່ຍິງລາວ ສະບັບປັບປຸງໃໝ່, ​ເນື້ອໃນຄຳຂວັນ ຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວແລະ ບົດສຳຫລວດການນຳພາຂອງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VI ​ເພື່ອ​​ເປັນການຢັ້ງຢືນເຖິງຜົນງານການເຄື່ອນໄຫວຂອງສະຫະພັນແມ່ຍິງ 5ປີຜ່ານມາພ້ອມທັງຮັບຟັງການປະກອບຄວາມເຫັນຈາກການນຳກະຊວງອ້ອມຂ້າງແລະ ຕົວແບບໃນດ້ານຕ່າງໆ. ນອກຈາກນີ້ ບັນດາຜູ້ແທນສົມບູນ ຍັງໄດ້ໃຊ້ສິດປະຊາທິປະ​​ໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວຊຸດໃໝ່,ເພື່ອສືບຕໍ່ຊີ້ນຳ-ນຳພາຂະບວນການຂອງແມ່ຍິງໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VII ​ໃຫ້ບັນລຸຜົນສຳເລັດຕາມລະດັບຄາດໝາຍ,ແນໃສ່​​ພັດທະນາອົງການຈັດຕັ້ງສະຫະພັນແມ່ຍິງ ມີຄວາມເຕີບໃຫຍ່ເຂັ້ມແຂງ, ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ​ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃຫ້ປະກົດຜົນເປັນຈິງ.

No comments:

Post a Comment