Ad

Ad

21 October 2015

ມອບ-​ຮັບໜ້າທີ່ຫົວໜ້າກົມຈັດຕັ້ງສາກົນ​ກະຊວງ​ການ​ຕ່າງປະ​ເທດ

ພິທີມອບ-ຮັບໜ້າທີ່ຫົວໜ້າກົມຈັດຕັ້ງສາກົນ, ກະຊວງການຕ່າງປະເທດລະຫວ່າງທ່ານນາງ ພາວັນ ນວນທະສິງ ຫົວໜ້າກົມຜູ້ເກົ່ າແລະ ທ່ານ ຄໍາອິນ ຄິດຈະເດດ ຫົວໜ້າກົມຜູ້ໃໝ່, ໄດ້ມີຂຶ້ນໃນວັນທີ 20 ຕຸລານີ້ຢູ່ກະຊວງການຕ່າງປະເທດ, ໂດຍການເຂົ້າຮ່ວມຂອງທ່ານ ສະເຫລີໄຊ ກົມມະສິດ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ແລະ ຂ່າວຍັງໃຫ້ຮູ້ອີກວ່າ: ກ່ອນໜ້ານີ້, ກໍໄດ້ມີການແຕ່ງຕັ້ງທ່າແສງ ສຸຂະທິວົງເປັນຫົວໜ້າກົມພິທີການທູດປ່ຽນແທນທ່ານທອງພັນ ສີອັກຄະພົມ ທີ່ອອກຮັບບໍານານ,​ ແຕ່ງຕັ້ງທ່ານ ບຸນເຫລືອ ພັນດານຸວົງເປັນຜູ້ຮັກສາການຫົວໜ້າຫ້ອງການກະຊວງແລະແຕ່ງຕັ້ງທ່ານນາງ ຕິ່ງ ສຸກສັນເປັນຜູ້ຮັກສາການຫົວໜ້າກົມຈັດຕັ້ງ-ພະນັກງານ.


ໃນໂອກາດນີ້, ທ່ານລັດຖະມົນຕີຊ່ວຍວ່າການ ສະເຫລີມໄຊ ກົມມະສິດ ໄດ້ໃຫ້ທິດຊີ້ນໍາແກ່ບັນດາຜູ້ທີ່ໄດ້ຖືກແຕ່ງຕັ້ງໃນຄັ້ງນີ້​,​ ຈົ່ງ​​ເອົາໃຈໃສ່ຊີ້ນໍາໆພາດ້ານການເມືອງແນວຄິດ​​ໃຫ້ເກ່ພະນັກງານໃຫ້ມີຫລັກໝັ້ນການເມືອງໜັກແໜ້ນ,​ ເອົາໃຈໃສ່ຊີ້ນໍາໆພາວຽກງານວິຊາສະເພາະ, ວຽກງານຄົ້ນຄ້ວາ​​ການເປັນເສນາທິການໃຫ້ຂັ້ນເທິງໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດກໍຄືການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມວຽກງານການຕ່າງປະເທດຄັ້ງທີ 12 ​ແລະ ກອງປະຊຸມໃຫຍ່ຄັ້ງທີ III ຂອງອົງຄະນະພັກກະຊວງການຕ່າງປະເທດໃຫ້ປາກົດຜົນເປັນຈິງແນໃສ່ເຮັດໃຫ້ວຽກງານການຕ່າງປະເທດປະກອບສ່ວນເຂົ້າສາຄັນເຂົ້າໃນພາລະກິດປົກປັກຮັກສາແລະ ສ້າງສາພັດທະນາປະເທດຊາດແລະ ການເຊື່ອມໂຍງເຂົ້າໃນພາກພື້ນແລະສາກົນຂອງປະເທດເຮົາໃນໄລຍະໃໝ່.

No comments:

Post a Comment