Ad

Ad

21 October 2015

ສະມາຊິກ​ສະມາຄົມ​ຫັດຖະ​ກຳ​ລາວ ​ໄດ້​ຮັບ​ລາງວັນ​ ຣາມອນ ມາກ​ໄຊ​ໄຊ ປີ 2015

     ​ໃນວັນທີ 20 ຕຸລານີ້, ທ່ານ ຫານ ຊະນະສີສານ ປະທານສະມາຄົມຫັດຖະກຳລາວ, ​ໄດ້ຖະແຫລງຕໍ່ສື່ມວນຊົນວ່າ: ​ໃນປີນີ້ມີສະມາຊິກສະມາຄົມຂອງຕົນ ຫລາຍຄົນໄດ້ຮັບລາງວັນດີເດັ່ນລະດັບສາກົນຄື: ທ່ານນາງ ກົມມະລີ ຈັນທະວົງໄດ້ຮັບລາງວັນ ຣາມອ ມາກໄຊໄຊ 2015 (Ramon Magsaysay) ​ທີ່ຈັດຂຶ້ນໃນປະເທດຟີລິບປິນເມື່ອທ້າຍເດືອນສິງຫາຜ່ານມານີ້, ເນື່ອງຈາກວ່າ ທ່ານນາງ ກົມມະລີເປັນບຸກຄົນທີ່ມີຄວາມບຸກບືນອັນແຮງກ້າ ​​ໃນການຟື້ນຟູໄໝມ້ອນແລະ ຂະຫຍາຍສິລະປະການຕ່ຳຫູກທໍໄໝອັນເກົ່າແກ່ຂອງລາວ, ພ້ອມທັງສ້າງລາຍຮັບໃຫ້ປະຊາຊົນລາວຜູ້ທຸກຍາກ, ​ໄດ້ມີວຽກເຮັດງານທຳຫລາຍພັນຄົນ, ນອກຈາກນີ້ ຍັງເປັນ​​ເຄື່ອງຫັດຖະກຳອັນໜຶ່ງຂອງຄົນລາວ, ​ໂດຍສະເພາະເພດຍິງສຳລັບໄໝມ້ອນແລ້ວແມ່ນເປັນຊັບສິນອັນໜຶ່ງທີ່ມີຄຸນຄ່າທາງດ້ານວັດທະນະທຳຂອງຊາວລາວແລະ ທ່ານ ພູວົງ ພະມີສິດ ປະທານສະມາຄົມຊາວຄ້າຂາຍອັນຍະມະນີແລະເຄື່ອງປະດັບ ສະມາຊິກສະມາຄົມຫັດຖະກຳລາວໄດ້ຮັບລາງວັນອາຊຽນ 2015 ພາຍໃຕ້ຫົວຂໍ້: Asean Jewellery Design Competition 2015, ຊຶ່ງເຫັນວ່າເຄື່ອງປະດັບທີ່​​ ສປປ ລາວ ໄດ້ສົ່ງເຂົ້າປະກວດນັ້ນ ມີການອອກແບບທີ່ທັນສະໄໝ, ຮູບຊົງສວຍງາມ ແລະບໍ່ເຄີຍມີປະເທດ​​ໃດອອກ​​ແບບມາກ່ອນ ຈຶ່ງໄດ້ຮັບລາງວັນທີ 1 ຈາກງານ ບາງກອກເຈແອນເຈວິວຣີແຟ 2015 ທີ່ປະເທດໄທ ຊຶ່ງໄດ້ຈັດຂຶ້ນໃນເດືອນກໍລະກົດຜ່ານມານີ້.


     ການມອບລາງວັນນີ້ເປັນການສະຫລອງຄວາມຊົງຈຳແລະເປັນຕົວຢ່າງການນຳພາອັນດີເລີດຂອງທ່ານປະທານາທິບໍດີ ຂອງປະເທດຟີລິບປິນ ຊຶ່ງລາງວັນນີ້ແມ່ນໄດ້ໃສ່ຊື່ຂອງທ່ານປະທານາທິບໍດີດັ່ງກ່າວເອງ, ຊຶ່ງໃນທຸກໆປີ ກໍໄດ້ຄັດເລືອກລາງວັນນີ້ເພື່ອມອບໃຫ້ບຸກຄົນ ຫລື ອົງກອນໃນເອເຊຍຜູ້ທີ່ໄດ້ໃຫ້ການຊ່ວຍເຫລືອ, ຮັບ​​ໃຊ້ໂດຍບໍ່ເຫັນແກ່ຕົວເອງແລະ ນຳເອົາຄວາມຄິດສ້າງສັນ, ກ້າວໜ້າມາໃຫ້ສັງຄົມ.

No comments:

Post a Comment