Ad

Ad

21 October 2015

ວຽກໂພຊະນາການຢູ່ລາວຈະໄດ້ຮັບການປັບປຸງດີຂຶ້ນ

ເມື່ອບໍ່ດົນມານີ້, ໄດ້ມີພິທີລົງນາມວ່າດ້ວຍໂຄງການກໍ່ສ້າງສະຖາບັນໂພຊະນາການລາວ-ອາເມລິກາ (LANI) ທີ່ນະຄອນຫລວງວຽງຈັນ, ລະຫວ່າງທ່ານ ສຈ.ດຣ ເອກສະຫວ່າງ ວົງວິຈິດ ລັດຖະມົນຕີວ່າການກະຊວງສາທາລະນະສຸກ ແລະ ທ່ານ ດຣ ຈັສຕິນ ເດນນີ (Dr.JustinDenny) ຈາກມະຫາວິທະຍາໄລວິທະຍາສາດສຸຂະພາບລັດໂອເຣກອນ, ປະເທດສະຫະລັດອາເມລິກາ, ເຊິ່ງຈະເປັນບ່ອນຄົ້ນຄວ້າຊ່ວຍເຫລືອດ້ານການປ້ອງກັນການຂາດສານອາຫານ, ສົ່ງເສີມສຸຂະພາບ ແລະ ຄວາມເປັນຢູ່ທີ່ດີຂອງປະຊາຊົນລາວໃນທົ່ວປະເທດ. ສະຖາບັນດັ່ງກ່າວຈະປະກອບມີຫ້ອງຮຽນ, ຫ້ອງບັນຍາຍ, ຫ້ອງກວດພະຍາດເຂດນອກ, ຫ້ອງປະເມີນຜົນການປີ່ນປົວຄົນເຈັບຂາດສານອາຫານ ແລະ ສິ່ງອຳນວຍຄວາມສະດວກອື່ນໆທີ່ກ່ຽວຂ້ອງ. ນອກຈາກນີ້, ຍັງມີສູນສາທິດກ່ຽວກັບນະວັດຕະກຳຂອງຜະລິດຕະພັນອາຫານ ແລະ ການຄົ້ນຄວ້າທາງດ້ານໂພຊະນາການ ແລະ ເປັນສະຖານທີ່ຝຶກອົບຮົມດ້ານຕ່າງໆເປັນຕົ້ນ:
ການປະເມີນຜົນນະວັດຕະກຳ, ທັກສະໃນການກະກຽມ ແລະ ວິທີການເກັບຮັກສາອາຫານ, ສວນສາທິດຊຸມຊົນເພື່ອສະແດງ ແລະ ທົດລອງກ່ຽວກັບສວນຄົວແບບກະສິກຳຍືນຍົງ, ການປູກຝັງລ້ຽງສັດແບບອະນາໄມ, ການສົ່ງເສີມສຸຂະພາບ ແລະ ຮັກສາສິ່ງແວດລ້ວມ, ທັງໝົດນັ້ນຈະເປັນພື້ນຖານໃນການຮັບປະກັນໂພຊະນາການທີ່ດີຂອງແມ່ ແລະ ເດັກ.
ໃນໂອກາດນີ້, ທ່ານ ດານຽວຄລູນເອກອັກຄະລັດຖະທູດສະຫະລັດອາເມລິກາ ໄດ້ກ່າວວ່າ: ການສະໜັບສະໜູນໂຄງການດັ່ງກ່າວແມ່ນເພື່ອເຮັດໃຫ້ແມ່ ແລະ ເດັກມີສຸຂະພາບແຂງແຮງ, ເຮັດໃຫ້ເດັກສາມາດຕັ້ງໃຈຮຽນ, ເຊິ່ງມັນແມ່ນການລົງທຶນໄລຍະຍາວເພື່ອພັດທະນາທາງດ້ານຊັບພະຍາກອນມະນຸດ, ເສດຖະກິດ ແລະ ສັງຄົມຢູ່ລາວ.

ສໍາລັບມະຫາວິທະຍະໄລວິທະຍາສາດສຸຂະພາບລັດໂອເຣກອນຕັ້ງຂຶ້ນເມື່ອປີ 1887 ຢູ່ນະຄອນປອກແລນ, ລັດໂອເຣກອນ, ມີພະນັກງານ-ຄູອາຈານຫຼາຍກວ່າ 15 ພັນຄົນ, ພ້ອມນັ້ນຍັງມີໂຮງໝໍມະຫາວິທະຍາໄລ ແລະ ສູນວິໄຈວິທະຍາສາດທີ່ມີຊື່ສຽງ ແລະ ດຶງດູດນັກວິທະຍາສາດ ແລະ ນັກສຶກສາຈາກທົ່ວໂລກ.

No comments:

Post a Comment