Ad

Ad

21 October 2015

ວິ​ໄສທັດ​ວຽກ​ງານ​ຄ້ຳປະກັນ​ສະບຽງ​ອາຫານ​ຂອງ​ຂະ​ແໜງ​ກະສິກຳ​ ​ແລະ ປ່າ​ໄມ້

ທ່ານ ດຣເພັດ ພົມພິພັກ ລັດຖະມົນຕີວ່າການກະຊວງກະສິກຳແລະ ປ່າໄມ້ ໄດ້ກ່າວໃນພິທີສະເຫຼີມສະຫຼອງວັນອາຫານ​​ໂລກທີ່ ສປປ ລາວ ຈັດຂື້ນເມື່ອບໍ່ດົນມານີ້ວ່າ: ກະຊວງກະສິກຳ​ ​ແລະ ປ່າໄມ້ໄດ້ຜັນຂະຫຍາຍມະຕິ 9 ອອກມາເປັນແຜນຍຸດທະສາດພັດ ທະນາກະສິກຳຮອດປີ 2025 ​ແລະ ວິໄສທັດ 2030 ​ໃນນັ້ນໄດ້ວາງເປົ້າໝາຍສຳຄັນຄື: 1 ຄວາມໝັ້ນຄົງທາງດ້ານສະບຽງອາຫານ, 2 ຜະລິດກະສິກຳເປັນສິນຄ້າບົນພື້ນຖານຫັນເປັນອຸດສາຫະກຳທັນສະໄໝ,​ໂດຍຖືເອົາວຽກງານການຜະລິດກະສິກຳແລະ ປ່າໄມ້ຕິດພັນກັບການພັດທະນາຊົນນະບົດຮອບດ້ານ, ມີຈຸດສຸມການຜະລິດຕາມທ່າແຮງແລະເງື່ອນໄຂທີ່ເໝາະສົມ, ຖືເອົາການສ້າງກຸ່ມການຜະລິດແລະ ການສ້າງຄອບຄົວຕົວແບບ​​ເປັນມາດຕະການຕົ້ນຕໍ, ຫັນຊົນລະປະທານເປັນຊົນລະກະເສດຮອບດ້ານ, ຍົກສະມັດຕະພາບການຜະລິດ, ຫັນເອົາພະນັກ ງານລົງສຸມໃສ່ຈຸດສຸມກຸ່ມບ້ານຕາມທິດສາມສ້າງ, ​ເພື່ອນຳພາປະຊາຊົນດຳເນີນການຜະລິດໃຫ້ຖືກເຕັກນິກວິຊາການ, ​ເຮັດໃຫ້ຂະແໜງການກະສິກຳ​ ​ແລະ ປ່າໄມ້ຂະຫຍາຍຕົວບໍ່ຫຼຸດ 3,1%​ ໃນປີ 2015, ຊຶ່ງກວມເອົາ 22,7 % ຂອງ GDP ​ແລະ ຈະຕ້ອງໄດ້ສູ້ຊົນຜະລິດເຂົ້າໃນ​​ເນື້ອທີ່ 9 ​ແສນເຮັກຕາ,​ ໂດຍ
ເນັ້ນ​​ໃສ່ຈຸດສຸມ 10 ​ແຂວງເປົ້າໝາຍ,​ຊຶງຄາດວ່າຮອດປີ 2020 ຕ້ອງຜະລິດເຂົ້າ​​ໃຫ້ໄດ້ 4,7 - 5 ລ້ານໂຕນ,​ ເພື່ອຄ້ຳປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານທີ່ສະພາແຫ່ງຊາດໄດ້ສະເໜີໃຫ້ລັດຖະບານສ້າງໂຄງການແລະແຜນງານລະອຽດກ່ຽວກັບການຜະລິດເຂົ້າເພື່ອຄ້ຳປະກັນສະບຽງອາຫານແລະ ຜະລິດເປັນສິນຄ້າ, ພ້ອມກັນນີ້​​ກໍໄດ້ກຳນົດເອົາ 13 ນະໂຍບາຍສະເພາະການຜະລິດເຂົ້າແລະ 8 ນະໂຍບາຍສຳລັບການລ້ຽງສັດເປັນສິນຄ້າ, ຊຶ່ງກວມເອົາການເຂົ້າເຖິງແຫຼ່ງນ້ຳ, ພະລັງງານ, ທຶນຮອນ, ການຄຸ້ມຄອງຈັດສັນທີ່ດິນ, ການພັດທະນາທີ່ດິນກະສິກຳ, ການສົ່ງສີມການຜະລິດກະສິກຳສະອາດ​,​ ການປຸງ​​ແຕ່ງແຮງງານກະສິກຳແລະ ການລົງທຶນ, ສຳລັບກະຊວງກະສິກຳແລະ ປ່າໄມ້​​ແມ່ນໄດ້ຕັ້ງໜ້າເອົາໃຈໃສ່ຕໍ່ວຽກງານການຄ້ຳ ປະກັນສະບຽງອາຫານ,​ ໂດຍຖືເອົາການຜະລິດເຂົ້າ, ການລ້ຽງສັດເພື່ອແກ້ໄຂຄວາມບໍ່ໜັ້ນຄົງທາງດ້ານສະບຽງອາຫານແລະໂພຊະນາການທີ່ລັດຖະບານ, ກໍຄືກະຊວງກະສິກຳແລະ ປ່າໄມ້ຍາມໃດກໍຕີລາຄາສູງຕໍ່ການຊ່ວຍເຫຼືອຂອງອົງການອາຫານແລະ ການກະເສດແລະ ວົງຄະນະຍາດສາກົນ​, ຂະແໜງການກະສິກຳແລະ ປ່າໄມ້ສປປລາວ, ພ້ອມນັ້ນຍັງໄດ້ມີການປຶກສາຫາລືວຽກງານຢ່າງຮອບດ້ານກັບບັນດາຄູ່ຮ່ວມພັດທະນາ,​ ເພື່ອຈະພ້ອມກັນຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງຄົມຄັ້ງທີ 8 (2016-2020 )​ໃຫ້ສຳເລັດຜົນຕາມຄາດໝາຍທີ່ວາງໄວ້​,​ໂດຍສະເພາະແມ່ນວຽກງານຄ້ຳປະກັນສະບຽງອາຫານ.

No comments:

Post a Comment