Ad

Ad

21 October 2015

ທ່າວັດຈັນເລີ່ມຄືກຄື້ນຕ້ອນຮັບບຸນອອກພັນສາ ແລະ ຊ່ວງເຮືອປະເພນີ 2015

ແຄມນໍ້າຂອງນັບແຕ່ເຂດໂຮງໝໍມະໂຫສົດ, ເມືອງຈັນທະບູລີໄປຈົນຮອດເຂດບ້ານສີຖານເໜືອ, ເມືອງສີໂຄດຕະບອງ, ພວມມີບັນຍາຄຶກຄື້ນເປັນພິເສດ, ພາຍຫລັງມີບໍລິສັດ, ຫ້າງຮ້ານ ແລະ ຊາວຄ້າຂາຍທັງພາຍໃນ ແລະ ຕ່າງ ປະເທດ, ໄດ້ເຂົ້າມາຈັດສັນສະຖານທີ່ປະດັບປະດາຫ້າງຮ້ານຈໍາໜ່າຍສິນຄ້າຂອງຕົນໃຫ້ເປັນລະບຽບສວຍງາມເພື່ອກຽມໃຫ້ແກ່ການເປີດຕະຫລາດນັດບຸນອອກພັນສາປາວໍລະນາ ພສ 2558 ແລະ ບຸນຊ່ວງເຮືອປະເພນີປະຈໍາປີຄສ 2015 ທີ່ທ່າວັດຈັນໃຫ້ມີບັນຍາກາດຟົດຟື້ນມ່ວນຊື່ນຄືດັ່ງທຸກໆປີຜ່ານມາ.
ທ່ານ ຄໍາເສັງ ສູນດາລາ ປະທານບໍລິສັດຄໍາເສັງຈໍາກັດ, ຊຶ່ງເປັນໜຶ່ງໃນຜູ້ໄດ້ຮັບສິດສໍາປະທານ ແລະ ຈັດສັນສະຖານທີ່ງານຕະຫລາດນັດບຸນຊ່ວງເຮືອທ່າວັດຈັນໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມລາວພັດທະນາວ່າ: ພາຍຫລັງ, ຄະນະຮັບຜິດຊອບໄດ້ອະນຸຍາດໃຫ້ບັນດາບໍລິສັດ ແລະ ຫ້າງຮ້ານຕ່າງໆສາມາດເຂົ້າມາຈັດສັນສະຖານທີ່ແລະ ເອົາສິນຄ້າຂອງຕົນ
ມາວາງຈໍາໜ່າຍເລີ່ມແຕ່ວັນທີ 20 ຕຸລາມານີ້, ປາກົດວ່າໄດ້ມີຊາວຄ້າ, ໂດຍສະເພາະຮ້ານຂາຍເສື້ອຜ້າ, ສິນຄ້າອຸປະໂພກ-ບໍລິໂພກ, ອາຫານ, ເຄື່ອງດື່ມ ແລະ ອື່ນໆ, ເລີ່ມທະຍ່ອຍຂົນສີນຄ້າຂອງຕົນເຂົ້າມາວາງສະແດງ ແລະ ຈໍາໜ່າຍໃນງານດັ່ງກ່າວແລ້ວ, ຊຶ່ງຈະດໍາເນີນການຄົບງັນກັນໄປຈົນຮອດວັນທີ 28 ຕຸລາ 2015 ຈຶ່ງຈະປິດລົງ.
ທ່ານ ຄໍາເສັງ ສູນດາລາ ໃຫ້ຮູ້ວ່າ: ສໍາລັບຂອບເຂດທີ່ບໍລິສັດຕົນໄດ້ຮັບສໍາປະທານໃນປີນີ້ແມ່ນມີສະເພາະເນື້ອທີທາງ ຍ່າງ(ຟຸດບາດ) ສອງຝາກທາງແຕ່ເຂດໂຮງໝໍມະໂຫສົດ, ເມືອງຈັນທະບູລີ ໄປຈົນຮອດແຄມຂອງເຂດບ້ານສີຖານເໜືອ, ເມືອງສີໂຄດຕະບອງ ແລະ ລາຄາຄ່າເຊົ່າຫ້ອງແມ່ນຍັງຄົງທີ່ຊໍ່າກັບປີຜ່ານມາຄື: ນັບແຕ່ 5 ແສນກີບໄປຈົນຮອດ 3,2 ລ້ານກີບຕໍ່ຫ້ອງ ແລະ ມາຮອດປັດຈຸບັນແມ່ນມີຫ້ອງຖືກຈອງໄປແລ້ວຫລາຍກວ່າ 65% ຂອງຫ້ອງທັງໝົດ. ແຕ່ແນວໃດກໍຕາມ, ບັນຍາກາດການຈັບຈອງຫ້ອງຂາຍສິນຄ້າໃນບຸນຊ່ວງເຮືອປີນີ້ແມ່ນບໍ່ຄືກຄື້ນດີຄືກັບຫລາຍປີຜ່ານມາ, ເນື່ອງຈາກວ່າບໍລິສັດ, ຫ້າງຮ້ານທີ່ເຄີຍເຂົ້າຮ່ວມຈໍາໜ່າຍສີນຄ້າໃນງານບຸນດັ່ງກ່າວໃນທຸກປີຜ່ານມາແມ່ນໄດ້ພາກັນຖອນຕົວເປັນຈໍານວນຫລາຍ.

ທ່ານ ຄໍາເສັງ ສູນດາລາ ກ່າວວ່າ: ສໍາລັບສະພາບນໍ້າຂອງປີນີ້ແມ່ນບົກແຫ້ງຫລາຍ, ຄະນະກໍາມະການຈັດບຸນຊ່ວງເຮືອ, ຈຶ່ງໄດ້ກໍານົດຜາມໄຊໄວ້ 3 ຈຸດຄື: ຈຸດຫໍກາງ(ຈຸດເກົ່າ), ຈຸດໜ້າໂຮງແຮມວັນຊະນະ ແລະ ຈຸດໜ້າກົມປະມົງກະຊວງກະສິກໍາ-ປ່າໄມ້.

No comments:

Post a Comment