Ad

Ad

21 October 2015

ນະຄອນຫລວງວຽງຈັນ ອາທິດຜ່ານມາ ມີອຸປະຕິເຫດເກີດຂຶ້ນເປັນຈຳນວນຫລາຍ

ເຈົ້າໜ້າທີ່ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ​ໃນຕອນດຶກຂອງວັນທີ 12 ຕຸລາຜ່ານມາ, ​ໄດ້ເກີດອຸປະຕິເຫດລົດຈັກຕຳກັນຢ່າງຮຸນແຮງ, ຢູ່ເຂດບ້ານສົມສະຫງ່າ, ​ເມືອງໄຊເສດຖາເຮັດ​​ໃຫ້ທ້າວ ສຸກສະຫວັນ ອາຍຸ 34 ປີ, ກຳມະກອນ ຢູ່ບ້ານນາຄວາຍເມືອງໄຊ​​ເສດຖາເສຍຊີວິດຄາທີ່ແລະໃນຕອນບ່າຍຂອງວັນທີ 17, ​ຢູ່ເຂດບ້ານໄຊສະຫວ່າງເມືອງໄຊທານີ, ໄດ້​​ເກີດມີອຸປະຕິເຫດລົດຮຸນໄດຕຳກັບລົດຈັກຢ່າງແຮງ, ​​​ເຮັດໃຫ້ນາງເອັງ ອາຍຸ 18 ປີ, ກຳມະກອນ ຢູ່ບ້ານໂພນຕ້ອງເມືອງຈັນທະບູລີເສຍຊີວິດ. ​ເຈົ້າໜ້າທີ່ ​​ໃຫ້ຮູ້ອີກວ່າ: ນັບແຕ່ວັນທີ 12-18 ຕຸລາຜ່ານມາ, ທົ່ວນະຄອນຫລວງວຽງຈັນ ມີອຸປະຕິເຫດເກີດຂຶ້ນ​ 18 ​ກໍລະນີ, ມີພາຫະນະເປ່ເພສົມຄວນ 22 ຄັນ, ມີຜູ້ໄດ້ຮັບບາດເຈັບສາຫັດ 4 ຄົນແລະ ເສຍຊີວິດ 2 ຄົນ, ທຽບໃສ່ອາທິດກ່ອນເຫັນວ່າອຸປະຕິເຫດເກີດຂຶ້ນຫລາຍ, ​ແຕ່ກໍລະນີຜູ້ເສຍຊີວິດຫລຸດລົງ. ດັ່ງນັ້ນຈຶ່ງຮຽກຮ້ອງໃຫ້ນັກຂັບຂີ່ທຸກຄົນຈົ່ງມີສະຕິໃນການໃຊ້ລົດໃຊ້ຖະໜົນ, ປະຕິບັດກົດລະບຽບຈະລາຈອນໃຫ້ເຂັ້ມງວດ ເພື່ອສາມາດຫລີກເວັ້ນອຸປະຕິເຫດທີ່ຈະຕາມມາ, ​ໂດຍສະເພາະກໍເປັນໄລຍະທີ່ຈະມີວັນບຸນວັນງານຕ່າງໆເກີດຂຶ້ນຫລາຍ, ສົ່ງຫລີກ​​ເວັ້ນການດື່ມສິ່ງມືນເມົາອັນເປັນສາເຫດຕົ້ນຕໍທີ່ມາໃຫ້ເກີດອຸປະຕິເຫດ.

No comments:

Post a Comment