Ad

Ad

21 October 2015

ສານ​ແຂວງຫົວພັນຕັດສິນລົງໂທດແກ໋ງລັກລົດອັນຕະລາຍ

ເມື່ອບໍ່ດົນມານີ້, ສານປະຊາຊົນແຂວງຫົວພັນ, ໄດ້ຕັດສິນລົງໂທດທ້າວອີມພອນອາຍຸ 25 ປີ ຢູ່ບ້ານພັນໄຊໃຫ້ຈຳຄຸກ 4 ປີ 6 ​ເດືອນ, ທ້າວທອງອາຍຸ 42 ປີຢູ່ບ້ານຊຳເໜືອ, ທ້າວຕຸ້ຍອາຍຸ 32 ປີຢູ່ບ້ານທາດເມືອງ, ທ້າວສອນເພັດແລະ ທ້າວສອນອາຍຸ 22 ປີຢູ່ບ້ານມີສຸກ,​ ເມືອງຊຳເໜືອ ແລະ ທ້າວ ໄມ ບຸນປອນ ອາຍຸ 32 ປີຢູ່ບ້ານກາງເມືອງສົບເບົາ, ທ້າວສີທອນອາຍຸ 30 ປີຢູ່ບ້ານພຽງຖິ່ນໃຫ້ຈຳຄຸກຜູ້ລະ 3 ປີ​ 6 ​ເດືອນແລະ ທ້າວສອນໄຊອາຍຸ 25 ປີຢູ່ບ້ານພັນສະຫວັນເມືອງຊຳໃຕ້ໃຫ້ຈໍາຄຸກ 1 ປີ 4 ເດືອນ, ພ້ອມປັບໄໝເງິນຈໍານວນໜຶ່ງ, ໃນຂໍ້ຫາລັກຊັບພົນລະເມືອງ, ໂດຍພວກກ່ຽວແມ່ນກຸ່ມແກ໋ງລັກຊັບອັນຕະລາຍທີ່ຮ່ວມກັນເຄື່ອນໄຫວລາດຕະເວນລັກລົດຈັກປະຊາຊົນໃນແຂວງຫົວພັນມາແລ້ວຫລາຍກວ່າ 20 ຄັນ ແລະ ເອົາໄປຂາຍໄດ້ເງິນມາແບ່ງກັນ. ກ່ອນຈະຖືກເຈົ້າໜ້າທີ່ປກສແຂວງຫົວພັນຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍ.

No comments:

Post a Comment