Ad

Ad

21 October 2015

ຜູ້ມົ້ວສຸມຢາເສບຕິດ 60 ກວ່າຄົນຢູ່ບ້ານບົວແວງຄໍາສະໝັກໃຈຮ່ວມໂຄງການຢຸດເຊົາຢາເສບຕິດ

ຊາວໜຸ່ມທີ່ເປັນເປົ້າໝາຍພົວພັນ ແລະ ມົ້ວສຸມຢາເສບຕິດ 64 ຄົນໃນຈໍານວນ 80 ຄົນຢູ່ບ້ານບົວແວງຄໍາ ເມືອງປາກຊັນ ແຂວງບໍລິຄໍາໄຊ ໄດ້ຕື່ນຕົວສະໝັກໃຈເຂົ້າຮ່ວມໂຄງການຢຸດເຊົາພົວພັນຢາເສບຕິດທີ່ແຂວງໄດ້ເຮັດທົດລອງຂຶ້ນ, ຂະນະທີ່ມີຜູ້ທີ່ເປັນຫົວໂປ່ໂຕການຈໍານວນໜຶ່ງຍັງເອົາຕົວຫລົບໜີ.

ທ່ານພັນເອກ ດຣ ທອງແດງ ຄຳພິທູນ ຫົວໜ້າກອງບັນຊາການປກສແຂວງບໍລິຄຳໄຊຜູ້ຊີ້ນຳບັ້ນເຮັດທົດລອງວຽກງານຄວບຄຸມ, ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງຢາເສບຕິດຢູ່ບ້ານບົວແວງຄຳໃຫ້ຮູ້ວ່າ: ບ້ານບົວແວງຄຳມີ 496 ຫລັງຄາເຮືອນ, ມີພົນລະເມືອງທັງໝົດ2.503 ຄົນ, ຍິງ 1.280 ຄົນ, ສ່ວນຫລາຍແມ່ນຢຶດຖືການເຮັດນາເປັນອາຊີບຫລັກ ແລະ ຄ້າຂາຍເປັນສຳຮອງ. ຜ່ານການເຮັດທົດລອງວຽກງານຄວບຄຸມ, ຕ້ານ ແລະສະກັດກັ້ນການແຜ່ລະບາດຂອງຢາເສບຕິດຢູ່ບ້ານດັ່ງກ່າວສາມາດຊອກເຫັນເປົ້າໝາຍເບື້ອງຕົ້ນທັງໝົດ 80 ຄົນ, ໃນນີ້ເປົ້າໝາຍເສບ 70 ຄົນ(ຍິງ 1 ຄົນ)
ແລະ ເປົ້າໝາຍຄ້າຂາຍ10 ຄົນ(ຍິງ 1 ຄົນ), ໃນນັ້ນມີເປົ້າໝາຍຕື່ນຕົວສະໝັກໃຈເຂົ້າຮ່ວມໂຄງການຈຳນວນ 67 ຄົນ(ຍິງ 2 ຄົນ), ສ່ວນທີ່ເຫລືອຍັງເອົາຕົວຫລົບໜີ. ໂດຍເປົ້າໝາຍມົ້ວສຸມເສບຢາແມ່ນມອບໃຫ້ອຳນາດການປົກຄອງບ້ານເປັນຜູ້ຕິດຕາມມີຈຳນວນ 22 ຄົນ(ຍິງ 1 ຄົນ), ເປົ້າໝາຍມົ້ວສຸມເສບ ແລະ ຂາຍຍ່ອຍແມ່ນມອບໃຫ້ປກສເຂດເປັນຜູ້ຕິດຕາມກວດກາມີຈຳນວນ 35 ຄົນ ແລະ ມີຈຳນວນ 10 ຄົນເປັນເປົ້າໝາຍຂາຍສົ່ງຢາເສບຕິດແມ່ນມອບໃຫ້ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດປກສເມືອງປາກຊັນຕິດຕາມກວດກາ, ຊຶ່ງຈະກຳນົດໃນໄລຍະ 30-60 ວັນ, ຖ້າຍັງເຫັນເປົ້າໝາຍຫລືບຸກຄົນໃດລະເມີດມົ້ວສຸມ, ຄ້າຂາຍຢາເສບຢາເສບຕິດກໍຈະໄດ້ຈັບຕົວມາດຳເນີນຄະດີຕາມກົດໝາຍຢ່າງເຂັ້ມງວດ.

No comments:

Post a Comment