Ad

Ad

20 October 2015

ກອງ​ປະຊຸມ​ລະດັບ​ຊາດ ​ເພື່ອ​ປັບປຸງ​ກົດໝາຍ​ວ່າ​ດ້ວຍ​ລັດຖະບານ ​ແລະ ການ​ປົກຄອງ​ທ້ອງ​ຖິ່ນ

     ​ໃນວັນທີ 19-20 ຕຸລານີ້, ຢູ່ຫໍປະຊຸມແຫ່ງຊາດນະຄອນຫລວງວຽງຈັນ, ​ໄດ້ຈັດກອງປະຊຸມສຳມະນາລະດັບຊາດ ​​ເພື່ອປັບປຸງກົດໝາຍວ່າດ້ວຍລັດຖະບານແລະ ກົດໝາຍວ່າດ້ວຍອົງການປົກຄອງທ້ອງຖິ່ນຂຶ້ນໂດຍການເຂົ້າຮ່ວມຂອງທ່ານ ອາຊາງ ລາວລີ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດການປົກຄອງ.

     ທ່ານ ອາຊາ ລາວລີໄດ້ກ່າວໄຂກອງປະຊຸມຄັ້ງນີ້ວ່າ: ກົດໝາຍວ່າດ້ວຍລັດຖະບານສະບັບເລກທີ 02/ສພຊ, ລົງວັນທີ 06 ພຶດສະພາ 2003 ​ໄດ້ປະກາດໃຊ້ໃນສະພາບທີ່ທົ່ວພັກ, ລັດແລະ ປວງຊົນລາວທັງຊາດ ທີ່ພວມອອກແຮງຈັດຕັ້ງຜັນຂະຫຍາຍແນວທາງປ່ຽນແປງໃໝ່, ​ໂດຍສະເພາະມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງພັກ. ​ໃນໄລຍະ 10ປີຜ່ານມາ, ​ກົດໝາຍສະບັບດັ່ງກ່າວນີ້ໄດ້ເຮັດໃຫ້ລະບົບການບໍລິຫານລັດໄດ້ຮັບການພັດທະນາເປັນກ້າວໆມາອັນເປັນພື້ນຖານແລະເປັນບ່ອນອີງທາງດ້ານນິຕິກຳທີ່ສຳຄັນໃນການປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ, ການຈັດຕັ້ງແລະ ການເຄື່ອນໄຫວຂອງລັດຖະບານ, ບັນດາກະຊວງແລະ ອົງການທຽບເທົ່າເປັນການປະກອບສ່ວນ
ສຳຄັນເຂົ້າໃນຜົນສຳເລັດລວມໃນດ້ານຕ່າງໆ, ​ເຮັດໃຫ້ພື້ນຖານເສດຖະກິດ-ສັງຄົມມີການພັດທະນາຢ່າງຕໍ່ເນື່ອງ, ສັງຄົມມີຄວາມສະຫງົບປອດໄພຕະຫລອດມາ, ພ້ອມນີ້ ກົດໝາຍດັ່ງກ່າວ ຍັງມີບາງຈຸດ, ບາງໝວດແລະ ບາງມາດຕາ ທີ່ຍັງບໍ່ທັນສອດຄ່ອງກັບສະພາບເງື່ອນໄຂແລະ ຄວາມຮຽກຮ້ອງຕ້ອງການຂອງການພັດທະນາແລະແນວທາງປ່ຽນແປງໃໝ່ຂອງພັກວາງອອກ. ດັ່ງນັ້ນ ຈຶ່ງມີຄວາມຈຳເປັນຕ້ອງໄດ້ປັບປຸງ​ ​ເພື່ອແນໃສ່​​ພັດທະນາລະບົບບໍລິຫານລັດໄປສູ່ລະດັບໃໝ່, ​ໃນຂະນະດຽວກັນ ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງມາຍັງຜູ້ເຂົ້າຮ່ວມກອງປະຊຸມຈົ່ງສຸມສະຕິປັນຍາແລະ ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນເຂົ້າໃນການຄົ້ນຄວ້າແລະ ປະກອບຄຳຄິເຫັນຢ່າງກົງໄປກົງມາຕໍ່ບັນດາເນື້ອໃນທີ່ນຳມາສະເໜີຕໍ່ກອງປະຊຸມຄັ້ງນີ້ເພື່ອເປັນບ່ອນອີງໃຫ້ແກ່ຄະນະຮັບຜິດຊອບ ສືບຕໍ່ນຳໄປປັບປຸງໃຫ້ມີເນື້ອໃນລະອຽດ, ຄົບຖ້ວນ, ຮັດກຸມແລະ ຖືກຕ້ອງສອດຄ່ອງຕາມແນວທາງນະໂຍບາຍຂອງພັກ.

No comments:

Post a Comment