Ad

Ad

20 October 2015

ຮອງນາຍົກ ດຣ ບຸນປອນ ບຸດຕະນະວົງ ແນະນໍາຂະແໜງກ່ຽວຂ້ອງຕ້ອງເປັນເຈົ້າການຈໍາກັດການຮົ່ວ ໄຫລຂອງງົບປະມານ

   ໃນໂອກາດໂອ້ລົມຕໍ່ກອງປະຊຸມເຜີຍແຜ່ວຽກງານການເງິນ-ງົບປະມານທົ່ວປະເທດສົກປີ 2014-2015 ຂອງທ່ານຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານເສດຖະກິດມະຫາພາກ ແລະ ການບໍລິການ ດຣ ບຸນປອນ ບຸດຕະນະວົງ ເມື່ອວັນທີ 17 ຕຸລາຜ່ານມານີ້, ໂດຍທ່ານໄດ້ແນະນໍາໃຫ້ທຸກພາກສ່ວນໃນຂະແໜງການເງິນເພີ່ມທະວີຄວາມເປັນເຈົ້າການຈໍາກັດການຮົ່ວໄຫລຂອງງົບປະມານໃຫ້ເຂັ້ມງວດກວ່າເກົ່າ, ພາຍຫລັງເຫັນວ່າໃນຫລາຍສົກງົບປະມານຜ່ານມາການຄຸ້ມຄອງ,ຈັດເກັບງົບປະມານນັບທັງຢູ່ສູນກາງ ແລະ ທ້ອງຖິ່ນມີການຮົ່ວໄຫລເປັນຈໍານວນບໍ່ໜ້ອຍ, ອັນເປັນການກົດໜ່ວງທ່ວງດຶງການພັດທະນາເສດຖະກິດ-ສັງຄົມ ແລະ ຄວາມຈະເລີນຂອງປະເທດຊາດ.
    ທ່ານຮອງນາຍົກລັດຖະມົນຕີ ດຣ ບຸນປອນ ບຸດຕະນະວົງ ກ່າວວ່າ: ໃນຕໍ່ໜ້ານີ້, ຕ້ອງຮັບປະກັນໃຫ້ເສດຖະກິດຂະຫຍາຍຕົວຕໍ່ເນື່ອງສະເລ່ຍບໍ່ຫລຸດ 7,5%, ໂຄງປະກອບເສດຖະກິດຕ້ອງມີການຫັນປ່ຽນໄປຕາມທິດທີ່ຕັ້ງໜ້າ ແລະ ອັດຕາເງິນເຟີ້ໃຫ້ຢູ່ໃນລະດັບສາມາດຄວບຄຸມໄດ້. ຢາກເຮັດໄດ້ຄືແນວນັ້ນ, ຄະນະພັກ-ຄະນະນໍາກະຊວງການເງິນຕ້ອງເອົາໃຈໃສ່ເພີ່ມທະວີການສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ, ລັດຖະກອນຫລາຍກວ່າເກົ່າເພື່ອຍົກສູງຄວາມຮັບຜິດຊອບທາງດ້ານການເມືອງ ແລະ ໜ້າທີ່ວຽກງານວິຊາສະເພາະຂອງຕົນ ເພື່ອຕີຖອຍບັນດາປາກົດການຫຍໍ້ທໍ້ຕ່າງໆໃຫ້ຫລຸດລົງຢ່າງ
ເປັນຮູບປະທໍາເທື່ອລະກ້າວ, ໂດຍສະເພາະແມ່ນໃຫ້ສືບຕໍ່ປັບປຸງກົງຈັກການຈັດຕັ້ງຂອງກະຊວງການເງິນໃຫ້ກະທັດຮັດ, ມີປະສິດທິຜົນ, ໂປ່ງ​ໄສ່ ແລະ ຕອບສະໜອງຄວາມຕ້ອງການຫັນເປັນທັນສະໄໝ, ສ້າງກົດໝາຍ, ນິຕິກໍາຕ່າງໆ ເພື່ອຄຸ້ມຄອງຂະແໜງການເງິນທົ່ວປະເທດ,ສ້າງຍຸດທະສາດ, ວິໄສທັດໃນການພັດທະນາຂະແໜງການເງິນ, ພ້ອມກັນນັ້ນກໍສຸມໃສ່ສ້າງແຜນງົບປະມານ 5 ປີໃຫ້ສໍາເລັດຕາມລະດັບຄາດໝາຍ, ແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງຂອງຂະແໜງການເງິນຜ່ານການປຸກລະດົມທົ່ວຂະແໜງການໃນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດສົກປີ 2015-2016 ໃຫ້ມີຜົນສໍາເລັດຢ່າງຈະແຈ້ງ.

    ທ່ານຮອງນາຍົກລັດຖະມົນຕີ ກ່າວວ່າ:ໃນໄລຍະຜ່ານມາເຫັນວ່າການຊີ້ນໍາ-ນໍາພາຕໍ່ວຽກງານສຶກສາອົບຮົບການ ເມືອງແນວຄິດໃຫ້ພະນັກງານ,ລັດຖະກອນໃນທົ່ວຂະແໜງການເງິນຍັງເຮັດບໍ່ທັນເປັນປົກກະຕິ, ບໍ່ເລິກເຊິ່ງ ແລະ ບໍ່ສາມາດຍົກສູງຄວາມເປັນເຈົ້າການດີເທົ່າທີ່ຄວນ, ຈຶ່ງເຮັດໃຫ້ສະພາບການຮົ່ວໄຫລຂອງງົບປະມານມີແຜ່ຫລາຍຢູ່ຫລາຍຂົງເຂດ, ນັບທັງໃນຂະແໜງການຄຸ້ມຄອງໂດຍກົງ ແລະ ຂະແໜງການອື່ນໆ.

No comments:

Post a Comment