Ad

Ad

20 October 2015

ສະຫລອງວັນສ້າງຕັ້ງສາຍພົວພັນການທູດ ສປປ ລາວ-ສະຫະລັດອາເມຣິກາຄົບຮອບ 60 ປີ

    ພິທີສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ສະຫະລັດອາເມຣິກາຄົບຮອບ 60 ປີ ( 8 ຕຸລາ 1955-8 ຕຸລາ 2015), ໄດ້ຈັດຂຶ້ນໃນວັນທີ 16 ຕຸລາຜ່ານມານີ້, ໂດຍການເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແລະ ຜູ້ຕາງໜ້າລັດຖະບານສະຫະລັດອາເມຣິກາທ່ານ ເບນຈາມີນ ຣອດ (Benjamin Rhodes) ຮອງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດອາເມຣິກາ ທີ່ໄດ້ເດີນທາງມາ ເພື່ອເຂົ້າຮ່ວມພິທີສະເຫລີມສະຫລອງວັນທີ່ມີຄວາມໝາຍສໍາຄັນດັ່ງກ່າວ.
    ໃນພິທີທ່ານ ແສງເພັດ ຮຸ່ງບຸນຍວງ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ,ໄດ້ກ່າວຄຳເຫັນວ່າ: ການສ້າງຕັ້ງສາຍພົວພັນການທູດລະຫວ່າງ ສ ປປ ລາວ ແລະ ສະຫະລັດອາເມຣິກາຄົບຮອບ 60 ປີຄັ້ງນີ້, ເປັນຂີດໝາຍສຳຄັນໃນປະຫວັດສາດແຫ່ງການພົວພັນການທູດອັນຍາວນານລະຫວ່າງສອງປະເທດ, ໂດຍສະເພາະການຮ່ວມມື ແລະ ຊ່ວຍເຫລືອ
ຂອງລັດຖະບານ ແລະ ປະຊາຊົນອາເມຣິກາທີ່ມີຕໍ່ປະຊາຊົນລາວເປັນການປະກອບສ່ວນເຂົ້າໃນການສ້າງສາ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ນັບດີຂຶ້ນ.ຂະນະທີ່ທ່ານຮອງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດອາເມຣິກາກໍໄດ້ກ່າວຄຳເຫັນ ໂດຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະທີ່ຜ່ານມາ ແລະ ສະຫະລັດອາເມຣິກາມີຄວາມຍິນດີທີ່ຈະສືບຕໍ່ສົ່ງເສີມການພົວພັນຮ່ວມມືກັບ ສປປ ລາວ ດ້ານການສຶກສາ, ສາທາລະນະສຸກ, ເກັບກູ້ລະເບີດບໍ່ທັນແຕກ ແລະ ຊ່ວຍເຫລືອດ້ານວັດທະນະທຳ-ສັງຄົມອື່ນໆ.
    ໃນລະຫວ່າງການຢ້ຽມຢາມນະຄອນຫລວງວຽງຈັນ, ທ່ານຮອງທີ່ປືກສາດ້ານຄວາມໝັ້ນຄົງສະຫະລັດອາເມລິກາໄດ້ພົບປະກັບທ່ານຮອງນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໂດຍສອງຝ່າຍໄດ້ເຫັນດີໃຫ້ມີການເພີ່ມທະວີການຮ່ວມມືໃນຫລາຍຂົງເຂດໃນຕໍ່ໜ້າ, ໂດຍສະເພາະຝ່າຍສະຫະລັດຢືນຢັນວ່າຈະໃຫ້ການຊ່ວຍເຫລືອລາວໃນການເປັນເຈົ້າ ພາບຈັດກອງປະຊຸມສຸດຍອດອາຊຽນໃນປີ 2016 ໃຫ້ປະສົບຜົນສໍາເລັດຢ່າງຈົບງາມ ແລະ ໃນວັນທີ 19 ຕຸລານີ້, ທ່ານ ຣອດ ໄດ້ພົບປະກັບທ່ານລັດຖະມົນຕີວ່າການກະຊວງສາທາລະນະສຸກ ດຣ ເອກສະຫວ່າງ ວົງວິຈິດ ແລະ ລົງນາມ
ຮ່ວມກັບທ່ານ ຈັສຕີນ ເດນນີ ຜູ້ຕາງໜ້າຈາກມະຫາວິທະຍາໄລ ວິທະຍາສາດສຸຂະພາບ ໂອເຣກອນ ໃນການກໍ່ສ້າງສະຖາບັນໂພສະນາການລາວ-ອາເມລິກາ, ນອກຈາກນີ້ທ່ານ ຣອດ ໄດ້ໄປຢ້ຽມຢາມສູນຂໍ້ມູນຂ່າວສານໃໝ່ຂອງສະ ຖານທູດອາເມລິກາທີ່ນະຄອນຫຼວງວຽງຈັນ, ຊຶ່ງຈະເປີດໃຊ້ບໍລິການໃນເດືອນພະຈິກທີ່ຈະເຖິງນີ້ ແລະ ເປັນເຈົ້າພາບກອງປະຊຸມເປີດກ້ວາງພົບປະກັບສະມາຊິກໂຄງການYoung Southeast Asian Leaders Initiative (YSEALI). ໂຄງການນີ້, ໄດ້ເລີ່ມຂື້ນໃນປີ 2013 ໂດຍທ່ານ ປະທານາທິບໍດີ ບາຣັກ ໂອບາມາ ໄດ້ລົງນາມເພື່ອເສີມສ້າງການພັດທະນາພາວະຜູ້ນຳ ແລະ ເຄືອຂ່າຍໃນຂົງເຂດອາຊີຕາເວັນອອກສຽງໃຕ້, ໂດຍຜ່ານຫຼາຍໆໂຄງການແລະ ກິດຈະກຳຕ່າງໆ ເຊັ່ນ: ໂຄງການແລກປ່ຽນການສຶກສາ ແລະ ວັດທະນະທຳສະຫະລັດອາເມລິກາ, ໂຄງການແລກປ່ຽນຢູ່ໃນພາກພື້ນ ແລະ ການໃຫ້ທຶນຂະໜາດນ້ອຍ, YSEALI ແມ່ນໂຄງການທີ່ມີຄວາມມຸ້ງໝັ້ນເພື່ອສ້າງພາວະຄວາມເປັນຜູ້ນຳໃຫ້ແກ່ໄວໜຸ່ມຢູ່ໃນພາກພື້ນເພື່ອຮັດແໜ້ນສາຍພົວພັນລະຫວ່າງສະຫະລັດອາເມລິກາ ແລະ ອາຊີຕາເວັນອອກສຽງໃຕ້ ແລະ ເສີມຂະຫຽາຍສາຍພົວພັນກັບປະຊາຄົມອາຊຽນ. ນອກຈາກນີ້, ທ່ານ ຣອດ ໄດ້ໄປຢ້ຽມຢາມແຂວງຫຼວງພະບາງ ແລະ ປະກາດໃຫ້ທຶນຊ່ວຍເຫຼືອມູນຄ່າ 125 ພັນໂດລາສະຫະລັດເພື່ຶອປະຕິສັງຂອນວັດວິຊຸນ, ຊຶ່ງເປັນວັດເກົ່າແກ່ທີ່ສຸດໃນແຂວງຫຼວງພະບາງ ແລະ  ນັບແຕ່ປີ 2001 ເປັນຕົ້ນມາ, ສະຫະລັດອາເມລິກາ ໄດ້ໃຫ້ທຶນຊ່ວຍເຫຼືອເປັນມູນຄ່າຫຼາຍກວ່າລ້ານໂດລາສະຫະລັດ ເຂົ້າໃນໂຄງການປົກປັກຮັກສາມໍລະດົກທາງວັດທະນະທຳ, ອັນເປັນເອກກະລັກຂອງລາວລວມມີ: ການປະຕິສັງຂອນປະຫວັດສາດວັດຊຽງທອງ, ແຂວງຫຼວງພະບາງ ແລະ ທ່ານຍັງໄດ້ໄປຢ້ຽມຢາມໂຄງການເຮືອຫ້ອງສະໝຸດທີ່ແຂວງຫຼວງພະບາງ, ຊຶ່ງໃຫ້ການສະໜັບສະໜູນໂດຍສະຫະລັດອາເມລິກາ, ໂຄງການນີ້ ໄດ້ນຳເອົາປື້ມຮຽນໄປໃຫ້ເດັກນ້ອຍທີ່ຢຸູ່ຫ່າງໄກສອກຫຼີກຫຼາຍກວ່າ 75 ບ້ານໄດ້ສຶກສາຮຽນຮູ້.

   ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງ ທ່ານ ຣອດ ແມ່ນສືບຕໍ່ການມາຢ້ຽມຢາມຂອງ ທ່ານນາງ ດຣ ຈິລ ໄບເດິນ (Dr. Jill Biden) ພັນລະຍາທ່ານຮອງປະທານາທິບໍດີສະຫະລັດອາເມລິກາ ໂຈ ໄບເດິນ (Joe Biden) ໃນຕົ້ນປີນີ້.ທ່ານ ດຣ ໄບເດິນ ແມ່ນຜູ້ຕາງໜ້າຜູ້ທຳອິດຈາກທຳນຽບຂາວທີ່ເຄີຍເດີນທາງມາຢ້ຽມຢາມ ສປປ ລາວ, ການຢ້ຽມຢາມຄັ້ງປະຫວັດສາດນີ້ສະແດງໃຫ້ເຫັນເຖິງຄວາມມຸ້ງໝັ້ນຂອງ ສະຫະລັດອາເມລິກາເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນຮ່ວມມືກັບ ສປປ ລາວໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ

No comments:

Post a Comment