Ad

Ad

20 October 2015

ສັບປະດາ ​ແຫ່ງ​ການ​ຄົ້ນ​ຄວ້າວິ​ທະຍາ​ສາດ ຈະ​ໄດ້​ຈັດ​ຂຶ້ນ​ທີ່ນະຄອນຫລວງ​ວຽງຈັນ

     ​ໃນວັນທີ 19 ຕຸລານີ້, ທ່ານເຍໂລມຍິວບົວແມັກຊັງ (Jerome Dubois-Mercenr) ທີ່ປຶກສາດ້ານການຮ່ວມມືແລະ ວັດທະນະທຳ ປະຈຳສະຖານທູດຝຣັ່ງ ປະຈຳລາວ, ​ໄດ້ຈັດພິທີຖະແຫລງຂ່າວກ່ຽວກັບການຈັດງານສັບປະດາແຫ່ງການຄົ້ນຄ້ວາວິທະຍາສາດເພື່ອສະຫລອງວັນແຫ່ງການຄົ້ນຄວ້າເພື່ອພັດທະນາລາວ-ຝຣັ່ງ ແລະ ກອງປະຊຸມປຶກສາຫາລືດ້ານວິທະຍາສາດ, ​​ຈະໄດ້ຈັດຂຶ້ນ​​ໃນວັນທີ 22-23 ຕຸລານີ້, ທີ່ສະຖາບັນຝຣັ່ງໃນນະຄອນຫລວງວຽງຈັນ ພາຍໃຕ້ຫົວຂໍ້: ການປ່ຽນແປງດິນຟ້າອາກາດແລະ ການພັດທະນາ ຄັ້ງທີ V, ​ເຊິ່ງ ສປປ ລາວເປັນປະເທດໜຶ່ງທີ່ໄດ້ຮັບຜົນກະທົບຈາກບັນຫາດັ່ງກ່າວ​​ເປັນຈຳນວນບໍ່ໜ້ອຍ.

     ​ກອງປະຊຸມດັ່ງກ່າວໄດ້ເລີ່ຈັດຂຶ້ນແຕ່ປີ 2009 ​ເປັນຕົ້ນມາ, ​ເຊິ່ງໄດ້ກາຍເປັນເວທີສົນທະນາທີ່ສຳຄັນ,ໂດຍມີຈຸດປະສົງ​ ​ເພື່ອໃຫ້ການສະໜັບສະໜູນການຄົ້ນຄວ້າພິຈາລະນາກ່ຽວກັບການພັດທະນາຂອງສປປ ລາວແລະ ອານຸພາກ
ພື້ນ, ຊ່ວຍພາກລັດໃນການຕັດສິນໃຈແລະ ດຶງດູດບັນດານັກສຶກສາໄວໜຸ່ມລາວສູ່ຂະແໜງການຄົ້ນຄ້ວາ, ​​ພ້ອມປຶກສາຫາລືກ່ຽວກັບການແກ້ໄຂແລະ ຫລຸດຜ່ອນການ​​​ໄດ້ຮັບຜົນກະທົບຈາກບັນຫາການປ່ຽນແປງຂອງດິນຟ້າອາກາດໂດຍຈະມີພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມຫາລື​​ເປັນຈຳນວນຫລາຍແລະ ພ້ອມນັ້ນໃນ​​ແລງວັນທີ 22 ຕຸລານີ້, ຈະມີການສາຍຮູບເງົາປະຫວັດຄວາມເປັນມາຂອງວັນດັ່ງກ່າວ​​ອີກດ້ວຍ.

No comments:

Post a Comment