Ad

Ad

20 October 2015

ໂຕ​ໂຍຕາ ນໍາ​ສະ​ເໜີລົດ​ກະບະ​ຮຸ່ນ​ໃຫມ່ ໄຮ​ລັກລີ​ໂວ ສະມາດ​ແຄັບ

            ໃນວັນທີ 16 ຕຸລາ ຜ່ານມານີ້, ຢູ່ທີ່ສູນການຄ້າ ວຽງຈັນເຊັນເຕີ, ນະຄອນຫຼວງວຽງຈັນ, ບໍລິສັດໂຕໂຍຕ້າມໍເຕີ ປະເທດໄທຈຳກັດໄດ້ຈັດງານຖະແຫຼງຂ່າວເປີດໂຕລົດກະບະ Hilux REVO Smart Cab ​ລຸ້ນໃໝ່ລ່າສຸດຂຶ້ນຢ່າງເປັນທາງການ, ​ໂດຍການເຂົ້າຮ່ວມຂອງທ່ານຮອງກຳມະການຜູ້ຈັດການໃຫຍ່ບໍລິສັດ TOYOTA ມໍເຕີປະເທດໄທຈຳກັດແລະຕົວແທນຈຳໜ່າຍຂອງໂຕໂຍຕາທົ່ວປະເທດລາວ ເຂົ້າຮ່ວມເປັນຈຳນວນຫຼາຍ. ​​ຜູ້ຈັດການໃຫຍ່ ບໍລິສັດໂຕໂຍຕ້າໃຫ້ຮູ້ວ່າ: ລົດກະບະໃໝ່ນີ້, ຈະເປັນທາງເລືອກໝ່ໃຫ້ແກ່ລູກຄ້າໃນ ສປປ ລາວ, ຊຶ່ງ​​ເປັນລົດກະບະ ແຄັບ ທີ່ໄດ້ນຳມາຈຳໜ່າຍເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດ, ເນື່ອງຈາກເປັນລົດກະບະທີ່​​ເໝາະສົມສຳລັບໃຊ້ງານແລະມີຄວາມສະດວກໃນການນຳໃຊ້​, ຮັບປະກັນຄວາມປອດໄພ, ພ້ອມນັ້ນກັນຊົນໜ້າຍັງໄດ້ຕິດຕັ້ງໄຟຕັດຫມອກໄວ້​​ເປັນຢ່າງດີ, ພາຍໃນສະດວກສະບາຍແຂງແຮງນຸ້ມນວນທຸກການຂັບຂີ່, ມີຄວາມແຮງຫຼາຍຂຶ້ນແລະ ປະຢັນ້ຳມັນ​, ​ໂດຍລະບົບເກໃໝ່ແບບ 6 ສະປິດແລະ ພັດທະນາຫຼາຍດ້ານເພື່ອຮອງຮັບຄວາມຕ້ອງການຂອງສັງຄົມ, ພ້ອມມີ 6 ສີໃຫ້ເລືອກ. ນອກຈາກນີ້ທາງໂຕໂຍຕ້າຍັງໄດ້ມອບປະສົບການໃນການຂັບຂີ່ທີ່ດີໃຫ້ແກ່ລູກຄ້າດ້ວຍກິດຈະກຳ ທົດລອງຂັບ Hilux REVO ​ໂສມໃໝ່ໄດ້ທີ່ໂຊຣູມ ທົ່ວປະເທດພິເສດສຳລັບລູກຄ້າທີ່ຊື້ລົດໂຕໂຍຕ້າທຸກຮຸ່ນມື້ນີ້ເຖິງ​ 31 ທັນວາ 2015 ຍັງມີສິດລຸ້ນໂຊກຮັບຂອງລາງວັນຫຼາຍຢ່າງອີກດ້ວຍ.

No comments:

Post a Comment