Ad

Ad

20 October 2015

ປກສ ອຸດົມໄຊຈັບເຄືອຂ່າຍຄ້າຢາເສບຕິດລາຍໃຫຍ່

ພາບ-ຂ່າວ : ຫນັງສືພິມ ປກສ
    ທ້າວ ຊີລືເລົາ ອາຍຸ 62 ປີຢູ່ບ້ານປ່າສ່າງ ເມືອງຄອບ ແຂວງໄຊຍະບູລີ ແລະ ທ້າວ ບຸນເຢີ ສໍຊົວໄມ ອາຍຸ 33 ປີຢູ່ບ້ານດອນໄຊ ເມືອງໄຊ ແຂວງອຸດົມໄຊ ຖືກເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານຢາເສບຕິດແຂວງອຸດົມໄຊຈັບຕົວມາດໍາເນີນຄະດີ, ພາຍຫລັງກວດພົບຢາບ້າຈໍານວນ 90 ພັນເມັດຊຸກເຊື່ອງໄວ້ໃນລົດໃຫຍ່ຂອງພວກກ່ຽວເມື່ອບໍ່ດົນນີ້.
    ເຈົ້າໜ້າທີ່ໃຫ້ຮູ້ວ່າ: ພາຍຫລັງມີພົນລະເມືອງດີໄດ້ແຈ້ງໃຫ້ຊາບວ່າຈະມີການຂົນສົ່ງຢາເສບຕິດລາຍໃຫຍ່ຜ່ານເຂົ້າມາທາງເມືອງໄຊ, ຈຶ່ງໄດ້ຈັດກໍາລັງຕັ້ງດ່ານຕາມເສັ້ນທາງຫລາຍຈຸດເພື່ອກວດກາ ແລະ ສະກັດກັ້ນລົດເປົ້າໝາຍ, ຍີ່ຫໍ້ CHAGAN ສີຂາວບໍ່ມີປ້າຍທະບຽນຂັບຂີ່ມາແຕ່ທາງເມືອງແບງ, ຈຶ່ງໄດ້ທຳການກວດກາ ແລະ ພົບເຫັນຢາບ້າຈຳນວນ 90 ພັນ ເມັດຊຸກເຊື່ອງໄວ້ໃນລົດ, ພ້ອມຈັບຕົວຜູ້ຂັບຂີ່ 2 ຄົນດັ່ງກ່າວມາດຳເນີນຄະດີຕາມລະບຽບກົດໝາຍ.
   ປັດຈຸບັນ, ຄະດີຢາເສບຕິດດັ່ງກ່າວ, ເຈົ້າໜ້າທີ່ພວມດຳເນີນການສືບສວນ-ສອບສວນເພື່ອຂະຫຍາຍຜົນຫາຜູ້ຮ່ວມຂະບວນການມາດຳເນີນຄະດີຕາມກົດໝາຍ.

No comments:

Post a Comment