Ad

Ad

19 October 2015

ກອງ​ປະຊຸມ​ລັດຖະມົນຕີ​ພັດທະນາ​ຊົນນະບົດ ​ແລະ ລຶບລ້າງ​ຄວາມທຸກ​ຍາກ​ອາຊຽນ​ຄັ້ງ​ທີ 9


 ກອງປະຊຸມລັດຖະມົນຕີຮັບຜິດຊອບວຽກງານການພັດທະນາຊົນນະບົດແລະ ລຶບລ້າງຄວາມທຸກຍາກອາຊຽນຄັ້ງທີ 9 ​ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 17 ຕຸລານີ້, ທີ່ນະຄອນຫລວງວຽງຈັນ,​ ໂດຍການ​​ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີລັດຖະມົນຕີທີ່ຮັບຜິດຊອບວຽກງານພັດທະນາຊົນນະບົດແລະ ລຶບລ້າງຄວາມທຸກຍາກຈາກບັນດາປະເທດສະມາຊິກອາຊຽນ ແລະ ອົງການຈັດຕັ້ງສັງຄົມເຂົ້າຮ່ວມເປັນຈໍານວນຫລາຍ.
     ນາຍົກລັດຖະມົນຕີ ທອງສິງ ທໍາມະວົງໄດ້ຂຶ້ນກ່າວຄໍາເຫັນວ່າ:​ໃນໄລຍະຜ່ານມາການຮ່ວມມືດ້ານການພັດທະນາຊົນນະບົດແລະ ລຶບລ້າງຄວາມທຸກຍາກອາຊຽນໄດ້ປະສົບຜົນສຳເລັດອັນໜ້າເພິ່ງພໍໃຈ, ໂດຍສະເພາະແມ່ນການປະຕິບັດແຜນຮ່ວມມືດ້ານພັດທະນາຊົນນະບົດ​ ​ແລະ ລຶບລ້າງຄວາມທຸກຍາກອາຊຽນແຕ່ປີ 2011-2015, ພ້ອມທັງສະແດງຄວາມຊົມເຊີຍບັນດາເຈົ້າໜ້າທີ່ກ່ຽວຂ້ອງທີ່ໄດ້ເອົາໃຈໃສ່ສຸມຄວາມພະຍາຍາມໃນການຮ່າງແຜນການຮ່ວມມືດ້ານພັດທະນາຊົນນະບົດແລະ ລຶບລ້າງຄວາມທຸກຍາກອາຊຽນສໍາລັບປີ 2016-2020 ທີ່ຈະຖືກຮັບຮອງ
ເອົາໃນກອງປະຊຸມຄັ້ງນີ້, ເຊິ່ງຈະເປັນເວທີອັນສໍາຄັນໃນການສົ່ງເສີມຄວາມເຂົ້າໃຈອັນດີຕໍ່ກັນແລະແລກປ່ຽນບົດຮຽນເຊິ່ງກັນແລະ ກັນເພື່ອຮັດແໜ້ນການຮ່ວມມືພາຍໃນອາຊຽນ​, ແນໃສ່ສູ້ຊົນເຮັດໃຫ້ປະຊາຊົນອາຊຽນໄດ້ດໍາລົງຊີວິດຢູ່ໃນເງື່ອນໄຂແລະ ມີຄວາມຜາສູ, ​ເຖິງຢ່າງໃດກໍຕາມ, ສໍາລັບການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດແລະ ລຶບລ້າງຄວາມທຸກຍາກຢູ່ ສປປ ລາວ ໃນໄລຍະຜ່ານມາ, ພວກເຮົາກໍໄດ້ປຸກລະດົມຂະບວນການຮັກຊາດແລະ ພັດ
ທະນາໂດຍຜ່ານວຽກງານສາມສ້າງຄື: ສ້າງແຂວງເປັນຫົວໜ່ວຍຍຸດທະຍາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາໂດຍໄດ້ເນັ້ນໃສ່ຂົງເຂດການພັດທະນາພື້ນຖານໂຄງລ່າງ, ສົ່ງເສີມການເຂົ້າເຖິງການບໍລິການສາທາລະນະຢູ່ຊົນນະບົດ, ຄໍ້າປະກັນສະບຽງອາຫານແລະ ສົ່ງເສີມການຜະລິດເປັນສິນຄ້າ,ຂະຫຍາຍການບໍລິການ, ການສຶກສາ, ສາທາລະນະສຸກ,​ ແກ້ໄຂການເຄື່ອນຍ້າຍແບບຊະຊາຍຂອງພົນລະເມືອງຕິດພັນກັບການຈັດສັນພູມລໍາເນົາແບບຖາວອນແລະ ການຫັນປ່ຽນແບບວິທີທໍາມາຫາກິນໃຫ້ແກ່ປະຊາຊົນບັນດາເຜົ່າ,ເຊິ່ງຜ່ານການຈັດຕັ້ງປະຕິບັດວຽກງານດັ່ງກ່າວເຫັນວ່າຖ້າເອົາລະດັບຄວາມທຸກຍາກທີ່ມີລາຍຮັບຕໍ່າກວ່າ 1 ໂດລາສະຫະລັດຕໍ່ຄົນຕໍ່ມື້ນັ້ນ, ໃນປີ 2013 ສປປ ລາວແມ່ນໄດ້ບັນລຸຄາດໝາຍຫລຸດອັດຕາຄວາມທຸກຍາກລົງເຄິ່ງໜຶ່ງແລະເຮັດໃຫ້ອັດຕາຄວາມທຸກຍາກຂອງປະຊາກອນມີຈໍານວນຕໍ່າກວ່າ 23% ຖ້າອີງຕາມການປະເມີນມາດຖານຂອງທ້ອງຖິ່ນໃນປີ 2015 ​ເຫັນວ່າຕະຫລອດໄລຍະ 5 ປີ ຜ່ານມາໄດ້ມີຫລາຍກວ່າ 122 ພັນຄອບຄົວແລະ 1.430 ກວ່າບ້ານໄດ້ຫລຸດພົ້ນອອກຈາກຄວາມທຸກຍາກແລ້ວ.

​     ກອງປະຊຸມລັດຖະມົນຕີພັດທະນາຊົນນະບົດແລະ ລຶບລ້າງຄວາມທຸກຍາກອາຊຽນຄັ້ງທີ 9 ໄດ້ພິຈາລະນາແລະ ຮັບຮອງເອົາເອກກະສານສຳຄັນເຊັ່ນ: ຮ່າງແຜນພັດທະນາຊົນນະບົດແລະ ລຶບລ້າງຄວາມທຸກຍາກອາຊຽນແຕ່ປີ 2016-2020, ການສ້າງເຄື່ອຂ່າຍການເງິນຈຸລະພາກເພື່ອຫລຸດຜ່ອນຄວາມທຸກຍາກ, ການຍ້ອງຍໍພາກເອກະຊົນທີ່ມີຜົນງານ​​ເດັ່ນໃນການປະກອບສ່ວນແກ້ໄຂຄວາມທຸກຍາກແລະ ບັນຫາອື່ນໆຕື່ມອີກ.

No comments:

Post a Comment