Ad

Ad

19 October 2015

ລາວ​ສະ​ເຫຼີ​ມສະຫຼອງ​ວັນ​ອາຫານ​​ໂລກຄົບຮອບ 35 ປີ ​ແລະ ວັນ​ສ້າງ​ຕັ້ງ​ອົງການ​ອາຫານ ​ແລະ ການ​ກະ​ເສດ​ຄົບຮອບ 70 ປີ

ວັນທີ 16 ຕຸລານີ້, ກະຊວງກະສິກຳ ​​ແລະປ່າໄມ້​​ຮ່ວມກັບອົງການອາຫານແລະ ການກະເສດປະຈຳລາວແລະນະຄອນຫຼວງວຽງຈັນຈັດພິທີສະເຫຼີມສະຫຼອງວັນອາຫານ​​ໂລກ 16 ຕຸລາ ຄົບຮອບ 35 ປີແລະ ວັນສ້າງຕັ້ງອົງການອາຫານແລະ ການກະເສດຄົບຮອບ 70 ປີຂຶ້ນທີ່ນະຄອນຫຼວງວຽງຈັນ,​ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ຮອງນາຍົກລັດ ຖະມົນຕີ ສົມສະຫວາດເລັ່ງສະຫວັດ ເພື່ອປູກຈິດສຳນຶກ​​ໃຫ້ປວງຊົນໃນໂລກໄດ້ຮັບຮູ້ເຖິງຄວາມສຳຄັນຂອງດິນຕໍ່ກັບການຄ້ຳປະກັນສະບຽງອາຫານແບບຍືນຍົງ,​ ທັງເປັນການຊຸກຍູ້ສົ່ງ​​ເສີມບົດບາດຂອງຄອບຄົວຊາວນາແລະກະສິກຳຂະໜາດນ້ອຍ,​ ແນ່ໃສ່​​ຄ້ຳປະກັນສະບຽງອາຫານແລະໂພຊະນາການໄດ້ແລະ ພ້ອມທັງເປັນການປັບປຸງຊີວິດການເປັນຢູ່ແລະ ການຄຸ້ມຄອງຊັບພະຍາກອນທຳມະຊາດ, ປົກປ້ອງສະພາບແວດລ້ອມແລະ ການພັດທະນາແບບຍືນຍົງ, ການສະເຫຼີມສະຫຼອງວັນດັ່ງກ່າວປີນີ້ມີຫົວຂ້ໍວ່າ: ການປົກປ້ອງສັງຄົມແລະ ການກະສິກຳ, ການທັບມ້າງວົງຈອນຄວາມທຸກຍາກຢູ່ເຂດຊົນນະບົດ.

ຜູ້ຕາງໜ້າອົງການອາຫານແລະ ການກະເສດປະຈຳລາວໄດ້ມີຄຳປາໃສໃນພິທີວ່າ: ຜ່ານການດຳເນີນງານ 70 ປີຂອງອົງການອາຫານແລະ ການກະເສດ, ສາມາເຫັນໄດ້ຄວາມຄືບໜ້າທາງດ້ານການພັດທະນາໃນຂົງເຂດກະສິກຳຢູ່ຫຼາຍປະເທດ​​ທົ່ວໂລກແລະ ມີ 70 ປະເທດໃນຈຳນວນທັງໝົດ 129 ປະເທດ, ​ແມ່ນສາມາດບັນລຸ​​ເປົ້າໝາຍທີ່ 1 ​ແຫ່ງການພັດທະນາສະຫັດສະຫວັດ,​ ໂດຍສະເພາະແມ່ນສາມາດຫຼຸດຜ່ອນອັດຕາຄວາມອຶດຫິວລົງໄດ້ກວ່າເຄິ່ງໜຶ່ງນັບແຕ່ປີ 2000 ​ເປັນຕົ້ນມາແລະ ສປປ ລາວ ກໍເປັນປະເທດໜຶ່ງທີ່ສາມາດບັນລຸໄດ້​​ຄາດໝາຍດັ່ງກ່າວ ແລະ ເຮັດໃຫ້ ລາວໄດ້ຮັບລາງວັນຍ້ອນຍໍວ່າເປັນປະເທດທີ່ບັນລຸ​​ເປົ້າໝາຍສະຫັດສະຫວັດແຫ່ງການພັດທະນາທີ່ດີເດັ່ນໃນເດືອນມິຖຸນາ​ 2015 ນີ້, ຊຶ່ງໝາຍເຖິງລາວສາມາດຫຼຸດອັດຕາສ່ວນຄວາມທຸກຍາກແຫ່ງຊາດໄດ້ກວ່າເຄິ່ງໜຶ່ງແລະໄວກວ່າກຳນົດ​ 2 ​ປີ,​ ແຕ່ເຖິງຢ່າງໃດກໍຕາມນອກຈາກບັນຫາຄວາມທຸກຍາກແລ້ວລັດຖະມບານສປປ ລາວ, ຍັງຈະຕ້ອງໄດ້ຄຳນຶງເຖິງຄວາມສຳຄັນຂອງບັນຫາອື່ນໆອີກທີ່ຍັງລໍ້ຖ້າການແກ້ໄຂ​ ​ແລະ ບັນຫາຕ່າງດັ່ງກ່າວ​​ໄດ້ຖືກຈັດເຂົ້າເປັນບູລິມະສິດສຳຄັນໃນແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ​ 5 ປີຄັ້ງທີ 8  ​ແລະ ຍ້ອນຄວາມເປັນຫ່ວງເປັນໄຍຕໍ່ປະຊາຊົນລາວບັນດາເຜົ່າ, ລັດຖະບານລາວຈຶ່ງມີຄວາມຄິດລິເລີ່ໂຄງການລືບລ້າງຄວາມອິດຫິວແຫ່ງຊາ ຂຶ້ນໃນເດືອນພຶດສະພາ 2015 ນີ້, ຊຶ່ງໂຄງການດັ່ງກ່າວຈະສາມາດກຳນົດໄດ້ບັນດາຕົວຊີ້ວັດອັນສຳຄັນຂອງການພັດທະນາແບບຍືນຍົງ.

ຜູ້ຕ່າງໜ້າອົງການອາຫານແລະ ການກະເສດກ່າວວ່າ: ການສະເຫຼີມສະຫຼອງວັນອາຫານໂລກ 16 ຕຸລາໃນປີນີ້ຈັດຂື້ນພາຍໃຕ້ຄຳຂັວນທີ່ວ່າ: ການປົກປ້ອງສັງຄົມ,​ ຖືວ່າເປັນສ່ວນສຳຄັນອັນໜຶ່ງທີ່ນອນຢູ່ໃນ​​ເປົ້າໝາຍການນຳພາປະຊາຊົນໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກໃນປີ 2030, ສຳລັບສະຫະປະຊາຊາດແລ້ວໄດ້ນິຍາມກ່ຽວກັບຄຳຂັວນດັ່ງກ່າວວ່າ: ການປ້ອງກັນ, ການຄຸ້ມຄອງແລະ ການຂ້າມຜ່ານສາຖານະການທີ່ສົ່ງຜົນກະທົບທາງດ້ານລົບຕໍ່ຄວາມຢູ່ດີກິນດີຂອງປະຊາຊົນ,​ ໂດຍທົ່ວໄປແລ້ວແມ່ນການປົກປ້ອງທາງສັງຄົມຍັງກວມເອົາຮອດນະໂຍບາຍສາທາລະນະແລະ ບັນດາແຜນງານທີ່ແນ່​​ໃສ່​​ຫຼຸດຜ່ອນຄວາມທຸກຍາກແລະ ຄວາມສ່ຽງຕໍ່​​ໄພພິບັດາຂອງປະຊາຊົນອີກດ້ວຍ.

No comments:

Post a Comment