Ad

Ad

19 October 2015

ອາເມລິກາສືບຕໍ່ຊ່ວຍເຫລືອເກັບກູ້ລະເບີດບໍ່ທັນແຕກຢູ່ລາວ

    ໃນວັນທີ 16 ຕຸລານີ້, ທ່ານ ເບັນຈາມິນ ຣອດ (Benjamin Rhodes) ຮອງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດສະຫະລັດອາເມລິກາ, ໄດ້ປະກາດໃຫ້ທຶນມູນຄ່າ 2,2 ລ້ານໂດລາສະຫະລັດ, ເພື່ອສະໜັບສະໜູນວຽກງານເກັບກູ້ລະເບີດບໍ່ທັນແຕກ (UXO) ຢູ່ ສປປ ລາວ ໂດຍສະເພາະຢູ່ແຂວງຫົວພັນ, ຊຽງຂວາງ, ຄຳມ່ວນ, ສະຫວັນນະເຂດ,ສາລະວັນ ແລະ ຈຳປາສັກ.
      ທ່ານຮອງທີ່ປືກສາດັ່ງກ່າວເວົ້າວ່າ: ສະຫະລັດ ອາເມລິກາມີຄວາມມຸ້ງໝັ້ນທີ່ຈະຊ່ວຍເຫຼືອລາວໃນການເກັບກູ້ລະເບີດບໍ່ທັນແຕກອອກຈາກພື້ນທີ່ທີ່ຍັງມີລະເບີດຕົກຄ້າງເພື່ອຫຼຸດຜ່ອນອັດຕາການເສຍຊີວິດ, ເພີ່ມເຂດພື້ນທີ່ການປູກຝັງ ແລະ ທັງຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າ. ຂະນະທີ່ໃນວັນທີ 17 ຕຸລານີ້, ທ່ານຮອງທີ່ປືກສາດ້ານຄວາມໝັ້ນຄົງແຫ່ງຊາດສະຫະລັດ, ໄດ້ໄປຢ້ຽມ ຢາມທີມງານເກັບກູ້ລະເບີດຂອງລາວທີ່ປະຕິບັດຫນ້າທີ່ເກັບກູ້ລະເບີດບໍ່ທັນແຕກຢູ່ບ້ານປາກອູແຂວງຫຼວງພະບາງ ແລະ ທ່ານໄດ້ກ່າວສະແດງຄວາມປະທັບໃຈຕໍ່ຄວາມມຸ້ງໝັ້ນຂອງທີມເກັບກູ້ລະເບີດລາວທີ່ໄດ້ປະກອບສ່ວນເຂົ້າໃນວຽກງານດັ່ງກ່າວ, ເຊິ່ງເຫັນວ່າມັນມີຄວາມສຳຄັນຫຼາຍທີ່ສຸດສຳລັບຄົນລາວ.


    ນັບແຕ່ປີ 1993 ເປັນຕົ້ນມາ, ສະຫະລັດອະເມລິກາ, ໄດ້ໃຫ້ການຊ່ວຍເຫຼືອໃນວຽກງານເກັບກູ້ລະເບີດບໍ່ທັນແຕກຢູ່ລາວ, ມີມູນຄ່າຫຼາຍກວ່າ 83 ລ້ານໂດລາສະຫະລັດ, ສະເພາະປີ 2015 ອາເມລິກາໄດ້ໃຫ້ທຶນເປັນມູນຄ່າຫລາຍກວ່າ 15 ລ້ານໂດລາສະຫະລັດ, ເພື່ອນໍາໃຊ້ເຂົ້າໃນການສະໜັບສະໜູນການເກັບກູ້ລະເບີດບໍ່ທັນແຕກທີ່ໄດ້ຄົ້ນພົບໃນເຂດພື້ນທີ່ມີລະເບີດຕົກຄ້າງໃນຂອບເຂດທົ່ວປະເທດ. ນອກຈາກນີ້, ຍັງມີໂຄງການຊ່ວຍເຫລືອຜູ້ຖືກເຄາະຮ້າຍ, ເຊິ່ງຈະເຮັດຫນ້າທີ່ສະໜອງການບໍລິການໂດຍກົງຕໍ່ຜູ້ລອດຊີວິດຈາກອຸປະຕິເຫດລະເບີດບໍ່ທັນແຕກ ແລະ ຄອບຄົວຂອງເຂົາເຈົ້າເພື່ອຊ່ວຍສ້າງຄວາມເຂັ້ມແຂງໃນການຊ່ວຍເຫຼືອເບື້ອງຕົ້ນ, ການຕອບສະໜອງສຸກເສີນໃນດ້ານການຊ່ວຍເຫຼືອສິ່ງອຳນວຍຄວາມສະດວກອັນສຳຄັນທາງດ້ານສຸຂະພາບ ແລະ ທຶນສໍາລັບການປູກຈິດສໍານຶກຕໍ່ກັບຄວາມສ່ຽງ,ໂດຍສະເພາະແມ່ນເດັກນ້ອຍຕໍ່ຄວາມອັນຕະລາຍຂອງລະເບີດບໍ່ທັນແຕກກໍຈະສືບຈັດຕັ້ງປະຕິບັດໄປຄຽງຄູ່ກັນໃຫ້ຫລາຍຂຶ້ນເລື້ອຍໆ.

No comments:

Post a Comment