Ad

Ad

19 October 2015

ມອບລົດ​ມອດ​ໄຟ​​​​ 2 ຄັນໃຫ້ ປກສ ເມືອງ​ຫາດ​ຊາຍ​ຟອງ

     ​ໃນວັນທີ 14 ຕຸລານີ້, ​ພະແນກຕຳຫລວດສະກັດກັ້ນແລະ ຕ້ານອັກຄີໄພ ນະຄອນ ຫລວງວຽງຈັນ ​​ໄດ້ມອບລົດມອດໄຟຈຳນວນ 2 ຄັນໃຫ້ກອງບັນຊາການເມືອງຫາດຊາຍຟອງ.

    ​ເພື່ອຍົກສູງຄວາມອາດສາມາດໃນການສະກັດກັ້ນ​ ​ແລະ ຕ້ານອັກຄີໄພ ເນື່ອງຈາກ​​ເຫັນວ່າໃນຜ່ານມາສະພາບອັກຄີໄພມັກເກີດຂຶ້ນ​ ​ແລະ ນຳຜົນເສຍຫາຍເປັນຈຳນວນຫລວງຫລາຍມາສູ່ສັງຄົມໂດຍສະເພາະລະດູແລ້ງ, ດັ່ງນັ້ນ ປກສ ນະຄອນຫລວງວຽງຈັນຈຶ່ງໄດ້ເພີ່ມທະວີຍົກສູງປະສິດທິພາບຂອງວຽກງານດັ່ງກ່າວເຊຶ່ງການນຳເອົາລົດມອດໄຟ ຈຳນວນ 2 ຄັນມາມອບໃຫ້ປກສຫາດຊາຍຟອງ ຄັ້ງນີ້ເປັນໜຶ່ງໃນ 5 ​ເມືອງນອກຂອງນະຄອນຫລວງວຽງ ລົດດັ່ງກ່າວປະກອບມີ: ຄັນໜຶ່ງ ບັນຈຸນ້ຳໄດ້ 10.000 ລິດແລະ ອີກໜຶ່ງຄັນ ບັນຈຸນ້ຳໄດ້ 8.000 ລິດ, ພ້ອມນີ້ຍັງໄດ້ລົງຊ່ວຍຝຶກອົບຮົມແລະ ສອນວິທີນຳໃຊ້ລົດມອດໄຟດັ່ງກ່າວໃຫ້ເຈົ້າໜ້າທີ່ຜູ້ເຮັດວຽກງານນີ້ໃຫ້ມີຄວາມສຳນິສຳນານໃນການນຳໃຊ້ເຂົ້າໃນການສະກັດກັ້ນແລະ ຕ້ານອັກຄີໄພ ຢູ່ສະຖານທີ່ເກີດເຫດຕ່າງໆ​​ໄດ້ວ່ອງໄວແລະ ທ່ວງທັນເວລາ.

No comments:

Post a Comment