Ad

Ad

19 October 2015

ຫລາຍ​ພາກສ່ວນ​ມອບ​ປຶ້ມອ່ານ​ໃຫ້​ສູນ​ອະນຸລັກຊ້າງ​ລາວ ​

      ​ພິທີມອບປຶ້ມອ່ານຈຳນວນ 8.000 ຫົວ ໄດ້ມີຂຶ້ນໃນວັນທີ 16 ຕຸລານີ້ ຢູ່ນະຄອນຫລວງວຽງຈັນຈາກຮ້ານຂາຍປຶ້ມມີດີ, ຊ້າງນ້ອຍ, ຫລ້າຊ້ອຍແສງສຸວັນແລະ ບໍລິສັດ Room to Read ​​ ໃຫ້ສູນອະນຸລັກຊ້າງລາວ ​​​ເພື່ອນຳ​​ໄປແຈກຢາຍໃຫ້ປະ ຊາຊົນ​​ໃນ 40  ບ້ານ ຂອງແຂວງໄຊຍະບູລີແລະ ຫລວງພະບາງໃນລະຫວ່າງຂະບວນແຫ່ຊ້າງລາວ ຈຳນວນ 20 ​ເຊືອກ, ​ໂດຍຈະໄດ້​​ເລີ່ມອອກເດີນທາງໃນວັນທີ 27 ຕຸລາ-17 ທັນວາ 2015 ນີ້, ​ຈາກແຂວງໄຊຍະບູລີ​​ໄປຫາແຂວງຫລວງພະບາງ, ​ໂດຍຄາດວ່າຈະໃຊ້ເວລາປະມານ 45 ວັນ.

     ຂະບວນແຫ່ຊ້າງປີນີ້ໄດ້ຈັດຂຶ້ນເປັນປີທີ 2 ​ແລ້ວເພື່ອລະດົມທຶນແລະ ປູກຈິດສຳນຶກຂອງປະຊາຊົນໃນການອະນຸລັກຮັກສາແລະ ຊ່ວຍເຫລືອຊ້າງທີ່ມີຈຳນວນຫລຸດໜ້ອຍຖອຍລົງໃນແຕ່ລະປີ.ປັດຈຸບັນນີ້ ຢູ່ລາວເຮົາມີຊ້າງທັງໝົດພຽງ 900 ​​ເຊືອກເທົ່ານັ້ນ, ​ເຊິ່ງມັນອາດຈະຫລຸດລົງຕາມລຳດັບຖ້າພວກເຮົາບໍ່ຫັນມາຮັກສາແລະ ອະນຸລັກຊ້າງນຳກັນໃຫດີຂຶ້ນ.

No comments:

Post a Comment