Ad

Ad

19 October 2015

ສານປະຊາຊົນນະຄອນຫລວງວຽງຈັນຕັດສິນລົງໂທດຜູ້ຄ້າຢາເສບຕິດຈໍາຄຸກ 5 ປີ

    ເມື່ອບໍ່ດົນມານີ້, ສານປະຊາຊົນນະຄອນຫລວງວຽງຈັນ, ໄດ້ຕັດສີນລົງໂທດທ້າວ ວັນນະພອນ ອາຍຸ 18 ປີຢູ່ບ້ານໜອງທາເໜືອ ເມືອງຈັນທະບູລີ ແລະ ນາງ ວິທີ ອາຍຸ 37 ປີ ສັນຊາດຫວຽດນາມ ພັກເຊົາຢູ່ບ້ານສະພັງມຶກ ເມືອງໄຊທານີ ນະຄອນຫລວງວຽງຈັນໃຫ້ຈໍາຄຸກເປັນເວລາ 5 ປີ ພ້ອມປັບໃໝ 10 ລ້ານກີບ ແລະ ທ້າວ ຄອນສະຫວັນ ອາຍຸ 31 ປີຢູ່ບ້ານດົງປ່າແຫລບ ເມືອງຈັນທະບູລີ ໃຫ້ຈຳຄຸກເປັນເວລາ 6 ປີ ພ້ອມປັບໄໝ 28 ລ້ານກີບ ໃນຂໍ້ຫາຄ້າຢາເສບຕິດ.

     ສໍາລັບທ້າວ ວັນນະພອນ ເຄີຍຕ້ອງໂທດມາແລ້ວໜຶ່ງຄັ້ງຍ້ອນຢາເສບຕິດ ແຕ່ບໍ່ເຂັດຫລາບ ຍັງມີການພົວພັນເສບ ແລະ ຄ້າຂາຍຢາເສບຕິດ ແລະ ຖືກເຈົ້າໜ້າທີ່ຈັບຕົວມາດໍາເນີນຄະດີເມື່ອທ້າຍປີ 2014, ສ່ວນທ້າວ ຄອນສະຫວັນ ກໍຖືກເຈົ້າໜ້າທີ່ຈັບຕົວມາດໍາເນີນຄະດີໃນທ້າຍປີ 2014 ເຊັ່ນດຽວກັນ ພ້ອມຂອງກາງຢາບ້າ
200 ເມັດ. ສໍາລັບນາງ ວິທີ ເຈົ້າໜ້າທີ່ໃຫ້ຮູ້ວ່າ: ຜູ້ກ່ຽວໄດ້ເຂົ້າມາລາວໃນປີ 2012 ​ໂດຍພັກເຊົາຢູ່ບ້ານຄຳຮຸ່ງ ເມືອງໄຊທານີ ແລະ ມາເປີດຮ້ານເສີມສວຍຢູ່ບ້ານສະພັງມຶກ ແລະ ມີການເຄື່ອນໄຫວຄ້າຢາເສບຕິດໄປພ້ອມ, ໂດຍຊື້ນໍາ​​ທ້າວ ຄອນສະຫວັນ ແລ້ວກໍເອົາໄປຈໍາໜ່າຍໃຫ້ກໍາມະກອນຄົນຫວຽດນາມຢູ່ລາວ ແລະ ຖືກເຈົ້າໜ້າທີ່ຈັບຕົວມາດໍາເນີນຄະດີໄດ້ເມື່ອທ້າຍເດືອນພະຈິກ 2014 ພ້ອມຂອງກາງບ້າຫລາຍສີບເມັດ.

No comments:

Post a Comment