Ad

Ad

19 October 2015

ບຸນຊ່ວງເຮືອປີນີ້ຄວນຖອດຖອນບົົດຮຽນຈາກປີຜ່ານມາ

ອີກບໍ່ພໍເທົ່າໃດມື້ຂ້າງໜ້າບຸນອອກພັນສາ ແລະ ຊ່ວງເຮືອປະຈຳປີ 2015 ກໍຈະໜູນວຽນ ມາບັນຈົບຄົບຮອບອີກວາລະ ໜຶ່ງ, ປັດຈຸບັນໄດ້ມີການກະກຽມສະຖານທີ່ຄົບງັນ, ວາງສະແດງ -ຂ້າຍສິນຄ້າເພື່ອຄວາມເປັນລະບຽບຮຽບຮອຍຄືດັ່ງທຸກປີຜ່ານມານີ້. ເຖິງຢ່າງໃດກໍດີງານບຸນປີນີ້ທາງດ້ານລະບຽບຫຼັກການຂອງການຫຼິ້ນບຸນກໍຄົງຈະບໍ່ແຕກຕ່າງຫຍັງຫຼາຍຈາກຊຸມປີຜ່ານມາເນື່ອງຈາກບຸນອອກພັນສາ ແລະ ຊ່ວງເຮືອປະຈຳປີແມ່ນບຸນປາງໃຫຍ່ສຳຄັນຂອງປະຊາຊົນລາວເຮົາທີ່ໄດ້ພ້ອມພາກັນຈັດຕັ້ງຂຶ້ນເພື່ອປົກປັກຮັກສາຮີດຄອງປະເພນີທີ່ປູ່ຍ່າຕານາຍເຄີຍພາປະຕິບັດມາ ແລະ ປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍ, ແຕ່ສັງຄົມສ່ວນໃຫຍ່ຍັງມີຄວາມເປັນຫ່ວງ ແລະ ຢ້ານວ່າເຂດຈັດງານບຸນກໍຄືເສັ້ນທາງເຂດແຄມຂອງ ແລະ ສ່ວນເຈົ້າອານຸວົງທີ່ລັດຖະບານໄດ້ໃຊ້ງົບປະມານເປັນຈຳນວນຫຼາຍບູລະນະກໍ່ສ້າງໃຫ້ກາຍເປັນອົງນຸສອນ ແລະ ເຂດສີຂຽວທີ່ມີຄວາມສວຍສົດງົດງາມ ແລະ ມີນັກທ່ອງທ່ຽວເຂົ້າມາທ່ຽວຜ່ານໄປມາຫຼາຍນັ້ນຈະຖືກທຳລາຍ ແລະ ເປືະເປື້ອນ ດັ່ງປີຜ່ານມາກໍເຄີຍເກີດບັນຫາກ່ຽວກັບເສດຂີ້ເຫຍື້ອມາແລ້ວ ແລະ ການຄົບງັນແຕ່ລະຄືນຊຶ່ງຫຼາຍປີກ່ອນນະຄອນຫຼວງ
ວຽງຈັນໄດ້ປະກາດໃຫ້ຮັກສາຮີດຄອງປະເພນີອັນດີງາມຂອງຊາດໄວ,້ ແຕ່ບັນໜຶ່ງທີ່ພວກເຮົາຕ້ອງເອົາໃຈໃສ່ເປັນເຈົ້າການນຳກັນກໍຄືບັນຫາການນຸ່ງຖືຂອງຊາວໜຸ່ມໄວໜຸ່ມ, ຊຶ່ງປີຜ່ານມາຍັງມີໄວໜຸ່ມຈຳນວນໜຶ່ງຍັງເຫັນວ່າມີການນຸ່ງຖືທີ່ມີລະສະນະສັ້ນເຂີນ, ໂປ້ເປືອຍ ແລະ ອື່ນໆ, ດັ່ງນັ້ນໃນງານບຸນຊ່ວງເຮືອປີນີ້ທາງພາກສ່ວນກ່ຽວຂ້ອງກໍຄືຄະນະກຳມະການຈັດງານບຸນຄວນມີການກວດກາຢ່າງເຂັ້ມງວດເພື່ອກຳຈັດບັນຫາທີ່ບໍ່ຈົບງາມດັ່ງກ່າວບໍ່ໃຫ້ເກີດຂຶ້ນໃນງານບຸນປີນີ້, ພ້ອມນັ້ນ ທຸກຄົນກໍຕ້ອງເປັນເຈົ້າການປະຕິບັດຕາມລະບຽບຫຼັກການຕ່າງໆເພື່ອພ້ອມກັນປົກປັກຮັກສາມູນເຊື້ອວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດໃຫ້ຄົງຢູ່ຕະຫຼອດໄປ.

No comments:

Post a Comment