Ad

Ad

19 October 2015

ອາກາດເລີ່ມໜາວຈົ່ງເອົາໃຈໃສ່ຮັກສາສຸຂະພາບ

ປີນີ້ສະພາບດິນຟ້າອາກາດມີການປ່ຽນແປງຢ່າງໄວວາ, ອາກາດໜາວໄດ້ເລີ່ມ ເຂົ້າປົກຄຸມປະເທດເຮົາແຕ່ຫົວປີ, ອາດສົ່ງຜົນກະທົບບໍ່ໜ້ອຍຕໍ່ສຸຂະພາບການດຳລົງຊີວິດຂອງປະຊາຊົນ, ໂດຍສະເພາະຜູ້ຢູ່ເຂດຊົນນະບົດຫ່າງໄກ ສອກຫຼີກທີ່ຍັງທຸກຍາກຂາດເຂີນ ແລະ ບາງບ່ອນກໍເກີດມີການເຈັບເປັນຈາກພະຍາດຕ່າງໆ ທີມາກັບລະດູໜາວແລ້ວ ເປັນຕົ້ນ: ໄຂ້ຫວັດ, ໄອ, ອັກເສບປອດ, ພະຍາດລະບົບທາງເດີນຫາຍ ໃຈ, ພະຍາດໄຂ້ອອກຕຸ່ມທີ່ມັກເກີດຂຶ້ນ, ດັ່ງນັ້ນກົມອຸຕຸນິຍົມກໍໄດ້ອອກມາແຈ້ງໃຫ້ປະຊາຊົນຈົ່ງ ເອົາໃຈໃສ່ຮັກສາສຸຂະພາບ ແລະ ທາງສາທາລະນະສຸກກໍໄດ້ຮຽກຮອງໃຫ້ປະຊາຊົນມີສະຕິປ້ອງກັນຕົນເອງ ແລະ ປະຕິບັດຫຼັກສຸຂະອະນາໄມຢ່າງເຂັ້ມງວດນຸ່ງຫົ່ມໃຫ້ອົບອຸ່ນ, ກິນດື່ມໃຫ້ສະອາດເພື່ອສະກັດກັ້ນການລະບາດຂອງພະຍາດໃຫ້ມີປະສິດທິຜົນເມື່ອຮູ້ສຶກບໍ່ສະບາຍຄວນໄປພົບແພດໜໍ່ທັນທີ ແລະ ບໍ່ຄວນຊື້ຢາກິນເອງ. 

No comments:

Post a Comment