Ad

Ad

19 October 2015

ເກີດອຸປະຕິເຫດລົດພ່ວງແກ່ລົດຈົກພິກທັບ​ລົດ ເກງເສຍ​ຊີວິດ​1 ຄົນຄ້ອຍພູຜາມານ

     ລົດເກງໂຕໂຍຕ້າແຄມຣີໝາຍເລກທະບຽນ ກທ 4566 ກຳແພງນະຄອນ ໄດ້ກາຍເປັນເສດເຫລັກໃນພິບຕາ, ພາຍ ຫລັງຖືກລົດຈົກພິກທັບຢ່າງແຮງຢູ່ເສັ້ນທາງຫລວງເລກ 8 ແລະ ສົ່ງຜົນເຮັດໃຫ້ຜູ້ເສຍຊີວິດໜຶ່ງຄົນ ແລະ ອີກ 3 ຄົນໄດ້ຮັບບາດເຈັບສາຫັດ.
     ເຫດການດັ່ງກ່າວເກີດຂື້ນໃນເວລາປະມານ 13:00 ​ໂມງຂອງວັນທີ 14 ຕຸລາຜ່ານມານີ້, ຢູ່ເສັ້ນທາງຫລວງເລກ 8 ຈຸດຄ້ອຍພູຜາມານ, ເຂດບ້ານຄູນເງິນ ເມືອງຄູນຄໍາ ແຂວງຄໍາມ່ວນ ໂດຍມີລົດພ່ວງແກ່ລົດຈົກ, ຊຶ່ງຂັບຂີ່ໂດຍທ້າວ ອຸ່ນແກ້ວ ອາຍຸ 33 ປີຢູ່ບ້ານນາຊາຍ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ເພື່ອມຸ້ງໜ້າໄປບ້ານປາກທຶກ ເມືອງຄູນຄໍາ ພໍມາຮອດຈຸດເກີດເຫດເຊິ່ງເປັນຄ້ອຍ ແລະ ຊັນຈຶ່ງເຮັດໃຫ້ລົດເສຍຫລັກໄຫລ່ຕໍາຕົ້ນໄມ້ຂ້າງທາງເປັນເຫດໃຫ້ລົດຈົກຢູ່ເທິງ​​ລົດພວງພິກຂວ້ຳລົງມາທັບລົດເກງທີ່ສວນທາງມາຢ່າງແຮງ ແລະ ເຮັດໃຫ້ມີຜູ້ຂັບເກງຊື່ທ້າວ ບິນ ອາຍຸ 22 ປີຢູ່ບ້ານຫລັກ 20 ເມືອງຄຳເກີດ ແຂວງບໍລິຄຳໄຊເສຍຊີວິດຄາທີ່, ສ່ວນໝູ່ອີກ 3 ຄົນທີ່ນັ່ງມານໍາໄດ້ຮັບບາດເຈັບສາຫັດ ແລະ ນໍາຕົວສົ່ງ ໂຮງໝໍຢ່າງຮີບດ່ວນ.

No comments:

Post a Comment