Ad

Ad

16 October 2015

ລາວເປີດ​ຂະ​ບວນການນໍາ​ໃຊ້​ວັກ​ຊີນກັນ​ພະຍາດ ​ໂປ​ລີ​ໂອ IPV

     ພິທີ​ເປີດ​ຂະ​ບວນການນໍາ​ໃຊ້ວັກ​ຊີ​ນກັນ​ພະຍາດ​ໂປ​ລີ​ໂອຊະນິດ​ສັກ​ເຂົ້າ​ໃນ​ຕາຕະ ລາງ​ສັກ​ຢາ​ກັນ​ພະຍາດ​ແຫ່ງ​ຊາດ(IPV) ​ໃຫ້​ເດັກອາຍຸແຕ່ 14 ອາ​ທິດຫາ​ລຸ່ມ 1 ປີ​ໃນ​ທົ່ວ​ປະ​ເທດ, ໄດ້​ຈັ​ດຂຶ້ນ​ໃນ​ວັນ​ທີ 15 ຕຸລານີ້ທີ່​ຫໍ​ວັດທະນະ​ທໍາ​ແຫ່ງ​ຊາດ, ນະ ຄອນຫລວງ​ວຽງ​ຈັນ, ​ໂດຍການໃຫ້ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານນາຍົກລັດຖະມົນຕີ ທອງສິງ ທໍາມະວົງ    

      ໃນໂອກາດນີ້, ທ່ານລັດຖະມົນຕີວ່າການກະວງມາທາລະນະສຸກ ສຈ.ດຣ ​ເອກ​ສະຫວ່າງ ວົງ​ວິຈິດ ໄດ້ກ່າວມີຄໍາເຫັນ​ວ່າ: ​ໃນ​ໄລຍະ​ຜ່ານ​ມາ​ພັກ ​ແລະ ລັດຖະບານ ​ໄດ້​ເອົາ​ໃຈ​ໃສ່​ຊຸກຍູ້​ວຽກ​ງານ​ສັກ​ຢາ​ກັນ​ພະຍາດ, ນັບ​ແຕ່​ເລີ່​ມ​ການຈັດ​ຕັ້ງ​ປະຕິບັດ​ໂຄງການ​ສັກ​ຢາ​ກັນ​ພະຍາດ​ແຫ່ງ​ຊາດ​ແຕ່ປີ 1984 ​ເປັນ​ຕົ້ນມາ ​ແລະ ສາມາດ​ປະກາດລຶບລ້າງ​​ພະຍາດ​ໂປ​ລີ​​ໂອ​ໄດ້​ໃນ​ປີ 2000, ​ເຊິ່ງພະຍາດ​ໂປ​ລີ​ໂອ​ແມ່ນ​ພະຍາດ​ຊືມ​ເຊື້ອ​ມຊະນິດ​ໜຶ່ງທີ່​ຕິດ​ຕໍ່​ຮ້າຍ​ແຮງ, ​ເຊຶ້ອ​ໄວຣັສ ​ໂປ​ລີ​ໂອ​ມີ 3 ຊະນິດ​ທີ່​ພາ​ໃຫ້​ເປັນ​ລ່ອຍ​ໄດ້ ​ແລະ ບໍ່​ສາມາດ​ປິ່ນປົວ​ໃຫ້​ກັບ​ຄືນ​
ມາ​ເປັນ​ປົກກະຕິ​ໄດ້, ພະຍາດ​ດັ່ງກ່າວ​ຈະ​ມີ​ນໍາ​ຄົນ​ທີ່​ບໍ່​ໄດ້​ຮັບ​ວັກ​ຊິນ​ຄົບ​ຕາມ​ກໍານົດ, ໂດຍສະເພາະ​ເດັກ​ອາຍຸ​ຕໍ່າ​ກວ່າ 5 ປີແມ່ນຈະ​ມີ​ຄວາມ​ສ່ຽງ​ຫລາຍ​ກວ່າກຸ່ມ​ອາຍຸ​ອື່ນ ​ແລະ ສາມາດ​ເຂົ້າ​ສູ່​ຮ່າງກາຍ​ຜ່ານທາງ​ປາກ, ການ​ກິນ​ອາຫານ ຫລື ດື່ມ​ນໍ້າ​ທີ່​​ບໍ່​ສະອາ​ດຮ່ວມ​ກັບ​ຜູ້​ທີ່​ມີ​ເຊື້ອ​ໄວຣັສດັ່ງກ່າວ. ຈາກບັນຫາດັ່ງກ່າວ ອົງການ​ຈັດ​ຕັ້ງ​ສາກົນ​ໃນ​ທົ່ວ​ໂລກຈຶ່ງໄດ້ຮ່ວມ​ກັບ 196 ປະ​ເທດ, ພວມ​ສ້າງ​ເງື່ອນ​ໄຂ​ເຮັດ​ໃຫ້​ທົ່ວ​ໂລກ​ປາສະຈາກ​ພະຍາດ​ເປ່​ຍລ່ອຍ​ຍ້ອນ​ພະຍາດ​ດັ່ງກ່າວໃນ​ປີ 2020, ການ​ທີ່​ໄດ້​ຮັບ​ວັກ​ຊີ​ນໂປ​ລີ​ໂອ​ຊະນິດ​ສັກໜຶ່ງ​ເຂັມຄວບ​ຄູ່​ໄປ​ກັບ​ການ​ໃຫ້ໂປ​ລີ​ໂອ​ຊະນິດ​ກິນ​ທາງ​ປາກ 3 ຄັ້ງຈະສາມາດສ້າງ​ພູມ​ຄຸ້ມ​ກັນ​ແກ່​ເດັກນ້ອຍ​ສູງ​ຂຶ້ນ ​ແລະ ຄົງຕົວຕະຫລອດ​ຊີ​ວິດ, ດັ່ງ​ນັ້ນ ຈຶ່ງ​​ຂໍ​ເຊີນຊວນ​ຜູ້​ປົກຄອງ​ເດັກໃຫ້​ນໍາລູກ​ຫລານ​ຂອງ​ຕົນ​ທີ່ຢູ່​ໃນເກນ​ອາຍຸ 14 ອາທິດຫາລຸ່ມ 1 ປີ ​ໄປ​ຮັບ​ການ​ສັກ​ຢາ​ກັນ​ພະຍາດ​ໂປ​ລີ​ໂອ​ຊະນິດ​ສັກ ​ຄຽງ​ຄູ່​ກັບ​ການ​ສັກ​ຢາ-ຢອດ​ຢາ ຮອບ​ປົກກະຕິ​ຢູ່​ຕາມ​ໂຮງໝໍ,ສຸກ ສາລາ, ໜ່ວຍ​ແພດ​ເຄື່ອນ​ທີ່ລົງ​ສັກ​ຢາ​ຢູ່​ຕາມ​ບ້ານ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດນັບ​ແຕ່​ນີ້ເປັນ​ຕົ້ນ​ໄປ.

No comments:

Post a Comment