Ad

Ad

16 October 2015

ກຸ່ມບໍລິສັດ ເປົາລີ ມອບເງິນ​ອຸປະຖໍາສະຫລອງ 2 ວັນສໍາຄັນຂອງ​ລາວ 2 ລ້ານໂດລາສະຫະລັດ


    ໃນວັນທີ 15 ຕຸລານີ້, ຢູ່ຫ້ອງວ່າການລັດຖະບານ, ທ່ານຮອງນາຍົກລັດຖະມົນ ຕີ ອາຊາງ ລາວລີ ໄດ້ໃຫ້ກຽດຮັບເງິນຈາກທ່ານ ກູ໊ ​ເຫວີຍ ປະທານ​ກຸ່ມ​ບໍລິສັດ ​ເປົາ​ລີ ສປ ຈີນ, ຈໍານວນ 2 ລ້ານໂດລາສະຫະລັດ, ເພື່ອປະກອບ ສ່ວນເຂົ້າໃນການສະ​ເຫລີມສະຫລອງ 2 ວັນ​ສໍາຄັນ​ຂອງ​ຊາດລາວຄື: ວັນ​ສະຖາປະນາສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວຄົບຮອບ 40 ປີ ​ແລະ ການ​ຈັດ​ກອງ​ປະຊຸມ​ໃຫຍ່ຄັ້ງ​ທີ X ຂອງ​ພັກປະຊາຊົນປະຕິວັດລາວ.

              ໃນໂອກາດກາດນີ້, ທ່ານຮອງ​ນາຍົກລັດຖະມົນຕີໄດ້ສະແດງຄວາມຂອບໃຈ ​ແລະ ຍ້ອງຍໍ​ຊົມ​ເຊີຍຕໍ່ກຸ່ມບໍລິ ສັດດັ່ງກ່າວ​ທີ່​ໄດ້​ໃຫ້ການອຸປະຖໍາ​ຊ່ວຍ​ເຫລືອໃນການກະກຽມສະເຫລີມສະຫລອງສອງວັນສໍາຄັນຂອງຊາດໃນຄັ້ງນີ້, ພ້ອມທັງອວຍພອນໃຫ້ບໍລິສັດດັ່ງກ່າວປະສົບ​ຜົນ​ສໍາ​ເລັດ​ໃນ​ການ​ດໍາ​ເນີນ​ທຸລະ​ກິດ​ຢູ່​ລາວຂຶ້ນເທື່ອລະກ້າວ. ນອກຈາກນີ້, ຍັງ​ໄດ້​ຮຽກຮ້ອງ​ມາ​ຍັງ​ທຸກ​ພາກສ່ວນ​ໃນ​ສັງຄົມ, ນັບ​ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ​​ພາຍ​ໃນ ​ແລະ
ຕ່າງປະ​ເທດ ກໍຄືປະຊາຊົນ​ລາວ​ບັນດາ​ເຜົ່າຈົ່ງ​ພ້ອມ​ກັນປະກອບສ່ວນ​ໃນ​ດ້ານ​ຕ່າງໆ ​ເພື່ອ​ເຮັດ​ໃຫ້ການ​ສະ​ເຫລີມສະຫລອງວັນ​ສໍາຄັນ​ຕ່າງໆຂອງ​ຊາດດໍາ​ເນີນ​ໄປ​ຢ່າງ​ມີຄວາມໝາຍຄວາມ​ສໍາ​ຄັນ​ອັນ​ເລິກ​ເຊິ່ງ ​ແລະ ປະສົບ​ຜົນ​ສໍາ​ເລັດ​ຢ່າງ​ຈົບງາມ.       

No comments:

Post a Comment