Ad

Ad

16 October 2015

ປັບຄ່າປິ່ນປົວຜ່ານປະກັນສັງຄົມເພີ່ມຂຶ້ນ

ເມື່ອບໍ່ດົນມານີ້, ໄດ້ມີພິທີລົງນາມວ່າດ້ວຍການ​ສະໜອງ​ການ​ບໍລິການ​ປິ່ນປົວ​ສຸຂະພາບ​ພາຍ​ໃຕ້​ລະບົບ​ປະກັນ​ສັງຄົມລະຫວ່າງຫ້ອງການ​ກອງ​ທຶນ​ປະກັນ​ສັງຄົມ​ແຫ່ງ​ຊາດກັບ​ໂຮງໝໍ​ຄູ່​ສັນຍາໃນ​ນະ​ຄອນ​ຫລວງ​ວຽງ​ຈັນຄື: ໂຮງໝໍ​ມະໂຫສົດ, ເຊ​ດຖາ​ທິຣາດ, ມິດຕະພາບ 150 ຕຽງ ​ແລະ ​ໂຮງໝໍ 103 ແລະ ​ໂຮງໝໍ​ 9 ຕົວ​ເມືອງ, ເພື່ອປະຕິບັດອັດຕາ​ມອບ​ເໝົາປິ່ນປົວ​ໃໝ່​​ຈາກຈໍານວນ 85 ພັນກີບມາ​ເປັນ 125 ພັນກີບຕໍ່ຄົນຕໍ່ປີ ແລະ ມີການ​ຈ່າຍ​ເພີ່​ມບາງ​ລາຍການ​ທີ່​ມີຄ່າ​ໃຊ້​ຈ່າຍ​ສູງໃຫ້​ໂຮງໝໍ ຫລື ຜູ້​ເກີດ​ສິດ​ໃນ​ກໍລະນີ​ມີ​ການ​ປິ່ນ​ປົວ ​ແລະ ຜ່າຕັດເຊັ່ນ: ຜ່າຕັດ​ສະໝອງ​ແມ່ນໄດ້ຈ່າຍເພີ1,5 ລ້ານກີບຕໍ່ຄັ້ງ, ຜ່າ​ຕັດ​ກະດູກ​ໃສ່​ເຫລັກ​ຕ້ອງຈ່າຍ​ເພີ່ມອີກ 50% ຂອງ​ມູນ​ຄ່າ​ຜ່າຕັດຕໍ່ກໍລະນີ, ສ່ອງໄຟຟ້າຕ້ອງຈ່າຍ​ເພີ່​ມ 50% ຂອງ​ມູນ​ຄ່າຕໍ່ຄັ້ງ, ກໍລະນີຜູ້​ປະກັນ​ຕົນປະສົບ​ອຸບັດເຫດ​​ໃນ​ການ​ສັນຈອນດ້ວຍ​ພາຫະນະ​ທີ່​ບໍ່​ມີ​ຄູ່​ກໍລະນີທີ່​ໄດ້​ນອນ​ໂຮງໝໍຈະ
ຈ່າຍ​ເພີ່ມ​ໃຫ້​ໂຮງໝໍຈໍານວນໜຶ່ງລ້ານກີບຕໍ່ກໍລະນີ, ຄ່າເຄມີ​ບຳບັດໃຫ້​ຄົນ​ເຈັບ 6 ຄັ້ງຕໍ່ປີ​ຈ່າຍເພີ່ມ 50% ບໍ່​ເກີນ 5 ລ້ານກີບ/ຄັ້ງ, ​ຄ່າ​ຟອກ​ໄຂ່ຫລັງ 5 ຄັ້ງ ຫລື ລ້າງ​ໄຂ່​ຫລັງ​ໃຫ້​ໂຮງໝໍ ຫລື ຄົນ​ເຈັບ​ໃນ​ວົງ​ເງິນ​ບໍ່​ເກີນ 4 ລ້ານກີບຕໍ່ກໍລະນີ, ຄ່າ​ປິ່ນປົວ​ພະຍາດ​ຊ້ຳ​ເຮື້ອ ທີ່​ມີ​ຄວາມ​ສ່ຽງ​ໃນ​ອັດຕາ 10 ພັນກີບຕໍ່ຄົນຕໍ່ປີ, ຊຶ່ງຈະມີຜົນບັງຄັບໃຊ້​ແຕ່​​ເດືອນຕຸລາ 2015 ຫາກັນຍາ 2016.

No comments:

Post a Comment