Ad

Ad

16 October 2015

ພາກລັດ ແລະ ອົງການຈັດຕັ້ງສາກົນ ​ແລກປ່ຽນ​ບົດຮຽນພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ

     ເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນໃນວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ລະ ຫວ່າງພາກລັດ ແລະ ອົງການຈັດຕັ້ງສາກົນ ພາຍໃຕ້ ຫົວຂໍ້: “ ສົ່ງເສີມການເປັນຄູ່ຮ່ວມພັດທະນາ ລະຫວ່າງ ພາກລັດ, ເອກກະຊົນ ແລະ ອົງການຈັດ ຕັ້ງສັງຄົມ ເພື່ອການພັດທະນາແບບຍືນຍົງ ພາຍຫລັງປີ 2015, ເຊິ່ງໄດ້ໄຂຂຶ້ນໃນຕອນ ເຊົ້າຂອງວັນທີ 15 ຕຸລາຜ່ານມາ, ໂດຍການເປັນປະທານຂອງທ່ານ ຈິດ ທະວີໃສ ຫົວໜ້າຫ້ອງການແຜນການ ແລະ ພົວພັນຕ່າງປະເທດ ເຈົ້າໜ້າທີ່ອາວຸໂສ ພັດທະນາ ຊົນນະບົດ ແລະ ລຶບລ້າງຄວາມທຸກຍາກອາຊຽນ ສປປ ລາວ, ພ້ອມດ້ວຍບັນດາເຈົ້າ ໜ້າທີ່ອາວຸໂສອາຊຽນເຂົ້າຮ່ວມ.
     ກອງປະຊຸມດັ່ງກ່າວ ໄດ້ຖືກຈັດຂຶ້ນເປັນປີທີສອງ, ໂດຍຕິດພັນກັບກອງປະຊຸມເຈົ້າໜ້າ ທີ່ອາວຸໂສ ພັດທະນາຊົນນະ ບົດ ແລະ ລຶບລ້າງຄວາມທຸກຍາກອາຊຽນ, ໃນນັ້ນ ກອງປະຊຸມ ຍັງໄດ້ຮັບຟັງການລາຍງານກ່ຽວກັບຜົນງານການ ຈັດຕັ້ງປະຕິບັດວຽກງານຂອງບັນດາອົງການຈັດຕັ້ງສັງຄົມ ທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາຊົນນະບົດ ແລະ ລຶບລ້າງ
ຄວາມທຸກຍາກ. ນອກຈາກນີ້ ຍັງມີບັນດາອົງການຕ່າງໆທີ່ຖືກຄັດເລືອກຮັບລາງວັນອາຊຽນໃນປີນີ້ ປະກອບມີ: ສະພາແມ່ຍິງປະເທດບລູໄນ, ອົງການສົງເຄາະຂອງອົດສະຕາລີກາໂຕລິກ ປະເທດກຳປູເຈຍ, ບິດຕຣາ ປະເທດອິນໂດເນເຊຍ, ກອງທຶນຫລຸດຜ່ອນຄວາມທຸກຍາກ ສປປ ລາວ, ອົງການເຄື່ອນໄຫວເພື່ອຄວາມກ້າວໜ້າ ປະເທດມາເລເຊຍ, ກຸ່ມເຄືອຄ່າແຫ່ງກິດຈະກຳ ປະເທດມຽນມ້າ, ​ໂຄງການປາກິດສະມາ ປະເທດຟີລິບປິນ, ສະມາຄົມບໍລິການທາງດ້ານສັງຄົມສິງໂຕ ປະເທດສິງກະໂປ, ມູນນິທິສົ່ງເສີມຊັບພະຍາກອນມະນຸດສຳລັບພັດທະນາຊຸມຊົນ ປະເທດໄທແລະ ສູນການພັດທະນາຊົນນະບົດແບບຍືນຍົງ ປະເທດຫວຽດນາມ.

             ກອງປະຊຸມຄັ້ງນີ້ ຍັງ​​ໄດ້ເຮັດ​​ໃຫ້ຜູ້ເຂົ້າຮ່ວມຈາກພາກລັດແລະ ອົງການຈັດຕັ້ງສັງຄົມ ມີໂອກາດແລກປ່ຽນບົດຮຽນແລະ ປະສົບການໃນການເຮັດວຽກພັດທະນາຊົນນະບົດແລະແກ້ໄຂຄວາມທຸກຍາກຂອງປະຊາຊົນ.

No comments:

Post a Comment