Ad

Ad

16 October 2015

ຈະ​ປັບປຸງ​ໂຮງໝໍ​ມິດຕະພາບ 150 ຕຽງໃຫ້ທັນສະໄໝກວ່າເກົ່າ

             ໃນວັນທີ 13 ຕຸລາຜ່ານມາ, ທີ່ນະຄອນຫລວງວຽນ ປະເທດໂອຕຣິດ ທ່ານນາງ ທິບພະກອນ ຈັນທະວົງສາ ລັດຖະມົນຕີຊ່ວຍວ່າການກະຊວງການເງິນ, ໄດ້ຕາງໜ້າໃຫ້ລັດຖະບານລາວລົງນາມສັນຍາເງິນກູ້ມູນຄ່າ 60 ລ້ານເອີໂຣກັບທະນາຄານສິນເຊື່ອຢູນິຂອງໂອຕຣິດ, .​ເຊັກແລະ ສະໂລວາກີ (UniCredit Austria, Czech Republic and Slovakia) ເພື່ອດໍາເນີນໂຄງການປັບປຸງໂຮງໝໍມິດຕະພາບ 150 ຕຽງ, ນະຄອນຫລວງວຽງຈັນໄລຍະທີ 2, ເພື່ອຍົກລະດັບຄວາມອາດສາມາດຂອງບຸກຄະລາກອນ, ພັດທະນາເຕັກໂນໂລຊີແລະ ພື້ນຖານໂຄງລ່າງຂອງໂຮງໝໍໃຫ້ມີຄວາມທັນສະໄໝຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໃນການປິ່ນປົວປະຊາຊົນບັນດາເຜົ່າໃຫ້ດີຂຶ້ນກວ່າເກົ່າ, ທັງເປັນການປະກອບສ່ວນເຂົ້າໃນການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງຂອງ ສປຊ, ການລຶບລ້າງຄວາມທຸກຍາກແລະ ການບັນລຸເປົ້າໝາຍຂອງ ສປປ ລາວໃນການຫລຸດພົ້ນອອກຈາກສະຖານະພາບເປັນປະເທດດ້ອຍພັດທະນາໃນປີ 2020.

No comments:

Post a Comment