Ad

Ad

16 October 2015

ກອງປະຊຸມຄົບຄະນະກຳມາທິການບັນດາເຜົ່າປະຈຳປີ 2015

ໃນລະຫວ່າງວັນທີ 14-17 ຕຸລານີ້, ກໍາມາທິການບັນດາເຜົ່າສະພາແຫ່ງຊາດ, ໄດ້ຈັດກອງປະຊຸມຄົບຄະນະປະຈຳປີ 2015 ຂຶ້ນທີ່ແຂວງບໍລິຄຳໄຊ, ໂດຍການເປັນປະທານຂອງທ່ານ ຄຳຊາວ ໄກຊົງ ຮັກສາການປະທານກຳມາທິການບັນດາເຜົ່າ, ເພື່ອສະຫລຸບຕີລາຄາສະພາບການເຄື່ອນໄຫວວຽກງານປະຈຳສົກປີ 2014-2015 ແລະ ວາງທິດທາງແຜນການປະຈໍາສົກປີ 2015-2016 ພ້ອມທັງໄດ້ຄົ້ນຄວ້າ, ປຶກສາຫາລື, ແລກປ່ຽນບົດຮຽນການເຄື່ອນໄຫວວຽກງານ ແລະ ບັນຫາທີ່ພົ້ນເດັ່ນໃນຂົງເຂດວຽກງານຊົນເຜົ່າ, ສາສະໜາ, ພັດທະນາຊົນນະບົດ ແລະ ລຶບລ້າຄວາມ ທຸກຍາກ, ຈັດສັນພູມລຳເນົາ ແລະ ວຽກງານອື່ນໆ ເພື່ອໃຫ້ມີຄວາມເປັນເອກະພາບ, ທັງເປັນຂໍ້ມູນພື້ນຖານໃຫ້ສະພາແຫ່ງຊາດເວົ້າລວມ,ເວົ້າສະເພາະບັນດາເຂດເລືອກຕັ້ງ, ພ້ອມທັງຕີລາຄາລວມ ແລະ ຖອດຖອນບົດຮຽນໃນໄລຍະ 5 ປີຂອງກຳມາທິການບັນດາເຜົ່າສະພາແຫ່ງຊາດຊຸດທີ VII.


             ທ່ານ ຄຳຊາວ ໄກຊົງ ກວ່າວ່າ: ກອງປະຊຸມຄັ້ງນີ້ມີຄວາມສຳຄັນຫລາຍ, ເພາະເປັນປີມ້ວນທ້າຍຂອງສະພາແຫ່ງຊາດຊຸດທີ VII ແລະ ຈັດຂຶ້ນໃນທ່າມກາງທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ກຳລັງຢູ່ໃນໄລຍະສ້າງຂະບວນການຢ່າງຟົດຟື້ນ ເພື່ອກະກຽມງານສະເຫລີມສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ, ກະກຽມໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ການກະກຽມໃຫ້ແກ່ການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VII,ກະກຽມແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ VIII ແລະ ການສ້າງຕັ້ງສະພາປະຊາຊົນຂັ້ນແຂວງຕິດພັນກັບການປັບປຸງລັດຖະທຳມະນູນ ແລະ ກົດໝາຍຈຳນວນໜຶ່ງ.

No comments:

Post a Comment