Ad

Ad

16 October 2015

ຄາດຕະກອນຂ້າຫລານ 2 ຄົນຖືກເຈົ້າໜ້າທີ່ຈັບຕົວມາດໍາເນີນຄະດີ

ທ້າວໂອລິດ ອາຍຸ 33 ປີຢູ່ບ້ານດົງໝາກອຶ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ຖືກເຈົ້າໜ້າທີ່ຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍເມື່ອບໍ່ດົນມານີ້, ພາຍຫລັງລົງມືກໍເຫດຄາດຕະກໍາເດັກຍິງອາຍຸ 10 ປີ ແລະ ເດັກຊາຍ ອາຍຸ 2 ປີ, ເຊິ່ງເປັນຫລານຂອງຕົນເສຍຊີວິດຢ່າງໂຫດຫ້ຽມຢູ່ຖຽງນາໃນເຂດບ້ານດັ່ງກ່າວເມື່ອຕອນບ່າຍວັນທີ 11 ຕຸລາຜ່ານມານີ້.
            ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ທ້າວ ໂອລິດ ຮັບສາລະພາບວ່າ: ຕົນເປັນຜູ້ຄາດຕະກໍາແທ້, ດ້ວຍການໃຊ້ມີດຍາວຟັນຕາມຮ່າງກາຍຂອງເດັກຫລາຍຈຸດຈົນເສຍຊີວິດຄາທີ່, ຍ້ອນເກີດຄວາມໂມໂຫໃຈຮ້າຍໃຫ້ເດັກຊາຍອາຍຸ 2 ປີທີ່ຮ້ອງໄຫ້ຂະນະທີ່ຕົນກໍາລັງນອນພັກຜ່ອນຢູ່ຖຽງນາ ແລະ ພາຍຫລັງກໍ່ເຫດຕົນໄດ້ເອົາຕົວຫລົບໜີເຂົ້າໄປລີ້ໃນປ່າຫ່າງຈາກບ້ານປະມານ 2 ກິໂລແມັດ, ຈົນຮອດເຊົ້າມື້ຕໍ່ມາຈຶ່ງຖືກເຈົ້າໜ້າທີ່ຈັບຕົວມາດໍາເນີນຄະດີ ແລະ ຮັບສາລະພາບອີກວ່າກ່ອນມື້ກໍ່ເຫດ ຕົນໄດ້ເສບຢາບ້າເປັນຈໍານວນຫລາຍເມັດ.

            ຈາກການສອບຖາມຍາດພີ່ນ້ອງຜູ້ເສຍຊີວິດ ໃຫ້ຮູ້ວ່າ: ທ້າວໂອລິດ ແລະ ເມຍມີອາຊີບຮັບຈ້າງກີດຢາງພາລາ ແລະ ມັກເສບຢາບ້າເປັນປະຈໍາ, ແຕ່ບໍ່ຄິດວ່າຈະເກີດເຫດການສະເທືອນຂວັນຮ້າຍແຮງແບບນີ້.

No comments:

Post a Comment