Ad

Ad

16 October 2015

ອຸຕຸ​ເຕືອນ​ໃຫ້​ລະວັງ​ພະຍຸ​ເຂດ​ຮ້ອນ​ກົບ​ປູ (KOPPU)

     ກົມອຸຕຸນິຍົມແລະ ອຸທົກກະສາໃຫ້ຮູ້ວ່າ: ​ໃນໄລຍະນີ້, ບໍລິເວນຄວາມກົດດັນສູງຂອງອາກາດເຢັນຈະປົກຄຸມຢູ່ທົ່ວທຸກພາກຂອງລາວດ້ວຍກຳລັງປານກາງແລະ ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່, ​ເຊິ່ງຈະເຮັດໃຫ້ອຸນຫະພູມອາກາດໜາວເຢັນລົງໂດຍສະເພາະຢູ່ເຂດພາກເໜືອ, ​ໄຊສົມບູນແລະເຂດພູພຽງບໍລະເວນ ປາກຊ່ອງແລະ ຈະມີຝົນຕົກຟ້າຄະນອງໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນແຂວງພາກເໜືອແລະ ພາກກາງ. ຈາກນັ້ນ ນັບແຕ່ວັນທີ 17-20 ຕຸລານີ້, ບໍລິເວນຄວາມກົດດັນສູງໄດ້ອ່ອນກຳລັງລົງ, ເຊິ່ງຈະເຮັດໃຫ້ອຸນຫະພູມ ອາກາດອຸ່ນຂຶ້ນ ແລະ ມີຝົນຕົກຟ້າຄະນອງກະຈາຍໃນລະດັບຄ່ອຍຢູ່ບາງທ້ອງຖິ່ນໃນແຕ່ ລະພາກ, ພ້ອມນີ້ ລົມພະຍຸເຂດຮ້ອນ KOPPU (ກົບປູ) ຫົວທີ 24 ແລະ ພະຍຸ CHAMPI (ຈຳປີ) ຫົວທີ 25 ຄາດວ່າ ພະຍຸຫົວທີ 24 ຈະເຄື່ອນທີ່ພັດຜ່ານເຂດພາກ ເໜືອຂອງປະເທດຟິລີປີນ ໃນລະຫວ່າງວັນທີ 18-19 ຕຸລານີ້. ເຖິງຢ່າງໃດກໍຕາມ ສຳລັບ ສປປ ລາວ ອາດຈະໄດ້ຜົນກະທົບເລັກນ້ອຍຈາກພະຍຸດັ່ງກ່າວ, ດັ່ງນັ້ນ ຈົ່ງພ້ອມກັນລະ ມັດລະວັງ ເພື່ອຮັບມືກັບພະຍຸດັ່ງກ່າວດ້ວຍ.


     ອາທິດຕໍ່ໜ້າສະພາບອຸນຫະພູມອາກາດ ໂດຍທົ່ວໄປອາກາດຍັງເຢັນຫາໜາວເຢັນ ຢູ່ເຂດພາກເໜືອ, ແຂວງໄຊສົມບູນ ແລະ ພູພຽງບໍລະເວນປາກຊ່ອງ, ເຊິ່ງອຸນຫະພູມຕ່ຳ ສຸດຂີດໃນລະຫວ່າງ 12-14 ອົງສາ, ສ່ວນພາກກາງ ຫາ ພາກໃຕ້ອຸນຫະພູມອາກາດສູງ ສຸດໃນລະຫວ່າງ 31-33 ອົງສາ. ໃນລະຫວ່າງວັນທີ 17-20 ຕຸລານີ້, ຈະມີຝົນຕົກຟ້າ ຄະນອງໃນລະດັບຄ່ອຍຢູ່ເຂດພາກເໜືອຫາພາກກາງ ແລະ ຕົກໃນລະດັບປານກາງຢູ່ບາງ ທ້ອງຖິ່ນໃນແຕ່ລະພາກ ພ້ອມຈະມີລົມພັດແຮງເປັນບາງໂອກາດ.

No comments:

Post a Comment