Ad

Ad

23 December 2015

5 ປີຜ່ານມາການພັດທະນາເສດຖະກິດ-ສັງຄົມມີຜົນສໍາເລັດຫລາຍດ້ານ

          ທ່ານລັດຖະມົນຕີວ່າການກະຊວງແຜນການແລະການລົງທຶນສົມດີດວງດີໄດ້ລາຍງານຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ VII (2011-2015) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VII ໃນບ່າຍວັນທີ 22 ທັນວານີ້ວ່າ: ຜ່ານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມດັ່ງກ່າວເຫັນວ່າ:ເສດຖະກິດມະຫາພາກສືບຕໍ່ຂະຫຍາຍຕົວສະເລ່ຍ 7,9% ຕໍປີ,ສະເລ່ຍລາຍຮັບຂອງພົນລະເມືອງຜູ້ໜຶ່ງບັນລຸ 1.700 ໂດລາສະຫະລັດໃນປີ 2015,ໂຄງປະກອບເສດຖະກິດຫັນປ່ຽນໄປຕາມທິດຫັນເປັນອຸດສະຫະກໍາແລະທັນສະໄໝເທື່ອລະກ້າວຄື:ກະສິກໍາກວມ 23,7%,ອຸດສະຫະກໍາ 29,1% ແລະບໍລິການ 47,2%,ອັດຕາເງິນເຟີຢູ່ໃນລະດັບສະເລ່ຍ 5,02% ຕໍ່ປີ, ອັດຕາແລກປ່ຽນມີຄວາມສະຫງົບ, ສ່ວນການລົງທຶນທົ່ວສັງຄົມທັງໝົດບັນລຸຫລາຍກວ່າ 236.687 ຕື້ກີບລືນແຜນກໍານົດໄວ້.

ທ່ານລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນກ່າວວ່າ:ໃນໄລຍະ 5 ປີຜ່ານ ມາລັດຖະບານໄດ້ປັບປຸງກົນໄກການເກັບລາຍຮັບງົບປະມານ, ເຮັດໃຫ້ຈັດຕັ້ງປະຕິບັດວຽກງານດັ່ງກ່າວດີຂຶ້ນຄື:ລາຍຮັບລວມປະຕິບັດໄດ້ 24,66%, ສ່ວນລາຍຈ່າຍປະຕິບັດໄດ້ 28,98% ຂອງ GDP ແລະ ຂາດດຸນງົບປະມານ 4,33%, ພ້ອມກັນນັ້ນຍັງໄດ້ປັບປຸງກົນໄກການຄ້າລະຫວ່າງປະ ເທດເພື່ອໃຫ້ມູນຄ່າການນໍາເຂົ້າ-ສົ່ງອອກມີທ່າອ່ຽງເພີ່ມຂຶ້ນ,ໃນນັ້ນການສົ່ງອອກປະຕິບັດໄດ້ 14,11 ຕື້ໂດລາສະຫະລັດກວມ 27,9% ແລະການນໍາເຂົ້າປະຕິບັດໄດ້ 17,92 ຕື້ໂດລາສະຫະລັດກວມ 35,4% ຂອງ GDP. ຂະນະທີ່ປະຊາກອນໄດ້ເພີ່ມຂຶ້ນຈາກ 5,62 ລ້ານຄົນໃນປີ 2005 ມາເປັນ 6,5 ລ້ານຄົນໃນປີ 2015,ສ່ວນກໍາລັງແຮງງານກໍເພີ່ມຈາກຈໍານວນ 2,77 ລ້ານຄົນມາເປັນ 3,8 ລ້ານຄົນ. ສໍາລັບວຽກງານການພັດທະນາຊົນນະບົດ ແລະ ລບລ້າງຄວາມທຸກຍາກຕິດພັນກັບການຈັດສັນພູມລໍາເນົາ ແລະ ອາຊີບຄົງທີໃຫ້ປະຊາຊົນແມ່ນດີຂຶ້ນເປັນລໍາດັບ, ການປັບປຸງພື້ນຖານໂຄງລ່າງ,ຂະຫຍາຍຕາໜ່າງໄຟຟ້າ, ນໍ້າປະປາ, ຖະໜົນຫົນທາງ ແລະ ການບໍລິການສາທາລະນະສຸກກໍນັບມື້ຂະ
ຫຍາຍຕົວໃນຂອບເຂດທົ່ວປະເທດ, ວຽກງານສຶກສາ, ວັດທະນທໍາ-ສັງຄົມກໍໄດ້ຮັບການຊຸກຍູ້ສົ່ງ ເສີມຢ່າງກວ້າງຂວາງເຊັ່ນກັນ. ສ່ວນວຽກງານການຕ່າງປະເທດກໍເຫັນວ່າປະສົບຜົນສໍາເລັດຢ່າງໜ້າພໍໃຈໃນການຮ່ວມມືກັບພາກພື້ນ ແລະ ສາກົນໂດຍສືບຕໍ່ປະຕິບັດແນວທາງການຕ່າງປະເທສັນຕິພາບ,ເອກະລາດ, ມີດຕະພາບ ແລະ ການຮ່ວມມື, ເປີດກວ້າງການຮ່ວມມືເພື່ອພັດທະນາ ແລະ ການຮ່ວມມືທາງດ້ານເສດຖະກິດກັບຕ່າງປະເທດໃຫ້ມີປະສິດທິພາບ ແລະ ອັນພົ້ນເດັ່ນແມ່ນຄວາມສໍາເລັດໃນການເຂົ້າເປັນສະມາຊິກອົງການການຄ້າໂລກ (WTO) ແລະ ການໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມທີ່ສໍາຄັນລະດັບພາກພື້ນແລະສາກົນອື່ນໆ.

1 comment:

  1. ເບີ່ງຄືນ ມູນຄ່າການສົ່ງອອກ ແລະ ນຳເຂົ້າ ບໍ່ແມ່ນ 1.4 ແລະ 1.7 ຕື້ໂດລາ ບໍ່? ເພາະວ່າ ຖ້າກວມເອົາ 27% ແລະ 35%ຂອງ ຈີດີພີ, ຈຸດນີ້ ມັນສວນທາງກັນ ເພາະ ຈີດີພີຂອງລາວເຮົາ ໃນປະຈຸບັນ ມີປະມານ 13 ຕື້ໂດລາເທົ່ານັ້ນ.

    ReplyDelete