Ad

Ad

26 January 2016

ຜູ້​ຄ້າຂາຍ​ຢາ​ເສບ​ຕິດ 4 ຄົນ​ຢູ່​ບ້ານ​ອີ​ໄລຖືກ​ສານ​ຕັດສິນ​​ລົງ​ໂທດ

ສານປະຊາຊົນຂັ້ນຕົ້ນນະຄອນຫຼວງວຽງຈັນ​​ໃຫ້ຮູ້ວ່າ: ​​ໃນວັນທີ 19 ມັງກອນນີ້, ສານນະຄອນຫຼວງໄດ້ຕັດສິນຄະດີຄ້າຂາຍຢາເສບຕິດທີ່ເຈົ້າໜ້າທີ່ ປກສເມືອງນາຊາຍທອງມ້າງໄດ້ເມື່ອຕົ້ນເດືອນ ກໍລະກົດ 2015 ​ຜ່ານມາ, ຊຶ່ງມີຜູ້ຖືກຫາຄື: ທ້າວ ບຸນເຮັງ ອາຍຸ 33 ປີ, ນາງ ນິລະມົນ ອາຍຸ 37 ປີທ້າ ຮອນດາ ອາຍຸ 25 ປີແລະ ທ້າວ ທອງມະນີ ອາຍຸ 23 ປີ​, ທັງ​ 4 ຄົນຢູ່ບ້ານ ອີໄລໃຕ້, ​ເມືອງນາຊາຍທອງນະຄອນຫຼວງວຽງຈັນ, ຈຶ່ງໄດ້ສັງຕັດສິນລົງໂທດຜູ້ກະທຳຜິດດັ່ງກ່າວຈຳຄຸກເປັນເວລາ 5 ປີ, ພ້ອມປັບໃໝ່ 10 ລ້ານກີບ, ສ່ວນທ້າວ ບຸນເຮັງໃຫ້ຈຳຄຸກເປັນເວລາ 6 ປີ, ພ້ອມປັບໃໝ່ 28 ລ້ານກີບ, ໃນສະຖານຄ້າຂາຍຢາເສບຕິດ(ຢາບ້າ). ທ້າວ
ບຸນເຮັງ, ນາງ ນິລະມົນແລະ ທ້າວຮອນດາໄດ້ຮ່ວມກັນຄ້າຂ້າຢາບ້າມາແຕ່ຕົ້ນປີ 2015,​ໂດຍໄດ້​​ຊື້ຢາບ້າຈາກຜູ້ຮ່ວມຂະບວນການ​​ຄັ້ງລະ 100-150 ​ເມັດ, ​ແລ້ວນຳມາຂາຍໃຫ້ໄວລຸ່ນໃນບໍລິເວນບ້ານດັ່ງກ່າວຈົນມາຮອດວັນທີ 1 ກໍລະກົດ 2015 ຈຶ່ງຖືກ​​ເຈົ້າໜ້າທີ່ ປກສເມືອງນາຊາຍທອງຈັບຕົວ, ພ້ອມຂອງກາງຢາບ້າຢູ່ໃນຄອບຄອງຈຳນວນ 170 ​ເມັດ. ​ສຳລັບທ້າວ ທອງມະນີ ​​ກໍໄດ້ມີການພົວພັນຊື້-ຂາຍຢາບ້າມານຳກັນແລ້ວຫຼາຍຄັ້ງຄື: ຄັ້ງຫຼ້າສຸດແມ່ນໃນວັນທີ 5 ພຶດສະພາ 2015 ຈຳເລີຍໄດ້ນຳຢາບ້າຈຳນວນ 100 ​ເມັດໄປຂາຍໃຫ້ໄວລຸ່ນພາຍໃນບ້ານອີໄລກ່ອນຖືກເຈົ້າໜ້າທີກັກຕົວມາດຳເນີນຄະດີ.


No comments:

Post a Comment