Ad

Ad

17 February 2016

ນະຄອນຫລວງ ຈັດການສອບເສັງນັກຮຽນເກັ່ງຂັ້ນເມືອງປະຈຳສົກປີ 2015-2016

          ການສອບເສັງນັກຮຽນເກັ່ງຂັ້ນເມືອງ ທົ່ວນະຄອນຫລວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 16 ກຸມພານີ້, ເພື່ອປະຕິບັດຕາມຂໍ້ແຂ່ງຂັນສອນດີ, ສອນເກັ່ງ ທີ່ກະຊວງສຶກສາທິການ ແລະ ກິລາກຳນົດໄວ້, ທັງເປັນການກະຕຸກຊຸກຍູ້ຂະບວນການສຶກສາຮ່ຳຮຽນ ແລະ ຍົກລະດັບການສຶກສາຂອງແຕ່ລະເມືອງໃຫ້ນັບມື້ດີຂຶ້ນ ແລະ ທັງເປັນການຄັດເລືອກເອົາຕົວແທນນັກຮຽນເກັ່ງຂອງເມືອງແຕ່ລະຂັ້ນເຂົ້າຮ່ວມການສອບເສັງນັກຮຽນເກັ່ງຂັ້ນ ນະຄອນ ຫລວງວຽງຈັນ ທີ່ຈະມີຂຶ້ນໃນຕໍ່ໜ້ານີ້ໃຫ້ບັນລຸຜົນສຳ ເລັດ, ໃນນັ້ນ ເມືອງຈັນທະບູລີ ໄດ້ໄຂຂຶ້ນທີ່ໂຮງຮຽນ ມ.ສ ເຈົ້າອານຸ ມີນັກຮຽນເກັ່ງເຂົ້າຮ່ວມສອບ ເສັງທັງໝົດ
516 ຄົນ ຈາກໂຮງຮຽນຕ່າງໆຈຳນວນ 62 ແຫ່ງ, ໃນນັ້ນມີ: ໂຮງຮຽນປະຖົມສົມບູນ 34 ແຫ່ງ, ໂຮງຮຽນມັດທະຍົມຕອນຕົ້ນ 17 ແຫ່ງ ແລະ ໂຮງຮຽນມັດທະຍົມຕອນປາຍ 11 ແຫ່ງ. ສຳລັບ ນັກສອບເສັງຂັ້ນ ປ. 5 ມີ 190 ຄົນ, ຍິງ 146 ຄົນ, ຂັ້ນ ມ. 4 ມີ 171 ຄົນ, ຍິງ 115 ຄົນ ແລະ ມ.7 ມີ 155 ຄົນ, ຍິງ 93 ຄົນ. ສຳລັບວິຊາສອບເສັງ ຂັ້ນ ປ.5 ມີ 3 ວິຊາຄື: ຄະນິດສາດ, ໂລກອ້ອມຕົວ ແລະ ພາສາລາວ, ສ່ວນຂັ້ນ ມ.4 ແລະ ມ.7 ມີ 4 ວິຊາຄື: ພາສາລາວ, ຄະນິດສາດ, ເຄມີສາດ ແລະ ຟີຊິກສາດ ເພື່ອແນໃສ່ຄັດເລືອກເອົາຕົວແທນຂອງຕົນເຂົ້າຮ່ວມການສອບເສັງນັກ ຮຽນເກັ່ງທົ່ວນະຄອນຫລວງວຽງຈັນ ທີ່ຈະມີຂຶ້ນໃນຕໍ່ໜ້ານີ້.

No comments:

Post a Comment