Ad

Ad

17 February 2016

ບັນດາຜູ້ນໍາອາຊຽນ-ສະຫະລັດເຫັນດີເພີ່ມທະວີຮັດແໜ້ນສາຍພົວພັນການຮ່ວມຫລາຍດ້ານ

ໃນວັນທີ 15 ກຸມພານີ້, ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ສະຫະລັດ ສະໄໝພິເສດ ເຊິ່ງໄດ້ຈັດຂຶ້ນທີ່ ຊັນນີແລນ, ລັດຄາລິຟໍເນຍ ສະຫະລັດ ອາເມລິກາ.
ກອງປະຊຸມສຸດຍອດຄັ້ງນີ້ໄດ້ດໍາເນີນເປັນເວລາ 2 ວັນ (ວັນທີ 15-16 ກຸມພາ 2016) ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໃນຖານະທີ່ ສປປ ລາວ ເປັນປະທານອາຊຽນໃນປີນີ້ ແລະ ທ່ານ ບາຣັກ ໂອບາມາ ປະທານາທິບໍດີ ແຫ່ງສະຫະລັດອາເມລິກາ.  

ມື້ທຳອິດຂອງກອງປະຊຸມ, ບັນດາຜູ້ນຳຈາກ 10 ປະເທດສະມາຊິກອາຊຽນ ແລະ ສະຫະລັດອາເມລິກາ ໄດ້ສຸມໃສ່ປຶກສາຫາລື ແລະ ແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບບັນຫາຕ່າງໆປິ່ນອ້ອມຫົວຂໍ້ ສົ່ງເສີມການເປັນປະຊາຄົມເສດຖະກິດອາຊຽນແຫ່ງນະວັດຕະກຳ ແລະ ຜູ້ປະກອບການໂດຍມີຈຸດປະສົງ ເພື່ອວາງທິດທາງໃຫ້ແກ່ການເສີມຂະຫຍາຍການຮ່ວມມືດ້ານເສດຖະກິດ ແລະ ການຄ້າ-ການລົງທຶນ ລະຫວ່າງອາຊຽນ ແລະ ສະຫະລັດ ເປັນຕົ້ນແມ່ນການແລກປ່ຽນບົດຮຽນ ແລະ ປະ ສົບການທີ່ດີກ່ຽວກັບນະໂຍບາຍການສົ່ງເສີມການຄ້າ-ການລົງທຶນ, ເພີ່ມທະວີການຮ່ວມມືໃນດ້ານການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ, ການສົ່ງເສີມການນໍາໃຊ້ນະວັດຕະກຳທີ່ກ້າວໜ້າ ແລະ ການເປັນຜູ້ປະກອບການ, ຖ່າຍທອດເຕັກໂນໂລຊີທີ່ທັນສະໄໝພ້ອມນັ້ນ, ກອງປະຊຸມໄດ້ຫາລືກ່ຽວກັບບັນຫາການປ່ຽນແປງດິນຟ້າອາກາດ, ຕ້ານການກໍ່ການຮ້າຍ ແລະ ອື່ນໆ.
ໃນຖານະທີ່ ສປປ ລາວເປັນປະທານຮ່ວມຂອງກອງປະຊຸມ, ທ່ານ ຈູມມາລີ ໄຊຍະສອນ ໄດ້ຕີລາຄາ ສູງຕໍ່ໝາກຜົນຂອງການຮ່ວມມືລະຫວ່າງອາຊຽນ ແລະ ສະຫະລັດອາເມລິກາ ນັບແຕ່ສອງຝ່າຍໄດ້ສ້າງຕັ້ງສາຍພົວພັນນຳກັນ ແລະ  ສິ່ງສຳຄັນສອງຝ່າຍໄດ້ເຫັນດີຍົກລະດັບການຮ່ວມມື ຂຶ້ນເປັນຄູ່ຮ່ວມຍຸດທະສາດ ໃນປີ 2015. ກອງປະຊຸມສຸດຍອດສະໄໝພິເສດຄັ້ງນີ້ ຈຶ່ງເປັນໂອກາດດີເຮັດໃຫ້ສອງຝ່າຍ ໄດ້ປຶກສາຫາລື ເພື່ອກຳນົດທິດທາງການຮ່ວມມືອາຊຽນ-ສະຫະລັດອາເມລິກາ ໃນອະນາຄົດ. ໃນໂອກາດດັ່ງກ່າວ, ປະທານປະເທດແຫ່ງ ສປປ ລາວ ໄດ້ມີຄຳເຫັນຕື່ມວ່າ: ທ່າມກາງເສດຖະກິດໂລກມີການຂະຫຍາຍຕົວ ມີລັກສະນະຊັກຊ້າ ແລະ ບອບບາງ ສະນັ້ນ, ອາຊຽນ ແລະ ສະຫະລັດ ຍິ່ງຕ້ອງໄດ້ເພີ່ມທະວີການຮ່ວມມື ເພື່ອຮັກສາ ແລະ ຊຸກຍູ້ການເຕີບໂຕທາງດ້ານເສດຖະ ກິດ ກໍຄືການພັດທະນາໃນພາກພື້ນ ແລະ ໃນໂລກ.   

ໃນຕອນຄ່ຳຂອງວັນທີ 15 ກຸມພາ 2016, ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດໄດ້ເຂົ້າຮ່ວມງານລ້ຽງຕ້ອນຮັບ ເຊິ່ງຈັດໂດຍ ທ່ານ ບາຣັກ ໂອບາມາ ປະທານາທິບໍດີ ຂອງສະຫະລັດອາເມລິກາ ແລະ ໃນຕອນເຊົ້າຂອງວັນດຽວກັນ, ປະທານປະເທດເຮົາເຂົ້າໄດ້ເຂົ້າພົບປະສອງຝ່າຍ ກັບ ທ່ານ ໂຈໂກ ວີໂດໂດ ປະທານາທິບໍດີອິນໂດຍເນເຊຍ, ເຊິ່ງທັງສອງຝ່າຍໄດ້ປຶກສາຫາລື ເພື່ອຮັດ  ແໜ້ນການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ອິນໂດເນເຊຍ ກໍຄື ການປະສານງານ ແລະ ຮ່ວມມືກັນ ເພື່ອຮັບປະກັນຜົນສຳເລັດ ຂອງການເປັນປະທານໝູນວຽນອາຊຽນຂອງສປປ ລາວ ໃນປີ 2016 ແລະ ເພື່ອຜົນສຳເລັດທີ່ຍິ່ງໃຫຍ່ກວ່າເກົ່າຂອງອາຊຽນໃນຊຸມປີຕໍ່ໜ້າ. 

No comments:

Post a Comment