Ad

Ad

18 February 2016

ນະຄອນຫລວງກໍານົດ 5 ຮ່ວມຊ່ວຍໜູນນະໂຍບາຍ 6 ສ

            ພາຍຫລັງເຫັນວ່ານະໂຍບາຍ 6 ສ ຄື: ສ ສະອາດ, ສ ສະຫງົບ, ສ ສະຫວ່າງ, ສ ສີຂຽວ,
ສ ສະເໜ່ ແລະ ສ ສີວິໄລ ທີ່ນະຄອນຫລວງໄດ້ພະຍາຍາມຈັດຕັ້ງປະຕິບັດມາຫລາຍປີແຕ່ມີຄວາມຄືບໜ້າຊ້າ, ຄະນະນໍານະຄອນຫລວງຈຶ່ງໄດ້ກໍານົດຄໍາຂວັນ 5 ຮ່ວມຂຶ້ນມາອີກ ເພື່ອຍູ້ໜູນນະໂຍບາຍ 6 ສ ໃຫ້ບັນລຸຜົນເປັນຈິງເທື່ອລະກ້າວ, ໂດຍໄດ້ມີການເປີດເຜີຍຈາກທ່ານເຈົ້າຄອງນະຄອນຫລວງວຽງຈັນ ດຣ ສີນລະວົງ ຄຸດໄພທູນ ເມື່ອບໍ່ນານນີ້, ຊຶ່ງຄໍາຂວັນ 5 ຮ່ວມດັ່ງກ່າວປະກອບມີ: ຮ່ວມຢູ່, ຮ່ວມປົກປັກຮັກສາ, ຮ່ວມແກ້ໄຂບັນຫາອັນບໍ່ດີ, ຮ່ວມພັດທະນາ ແລະ ຮ່ວມກ້າວໄປຂ້າງໜ້າກັນະຄອນຫລວງ
ວຽງຈັນ, ຖ້າພວກເຮົາໝົດທຸກຄົນທີ່ດໍາລົງຊີວິດ, ເພິ່ງພາອາໄສ ແລະ ທໍາມາຫາກິນຢູ່ນະ ຄອນຫລວງວຽງຈັນ ໄດ້ພ້ອມກັນປະຕິບັດ 5 ຮ່ວມຢ່າງເປັນເຈົ້າການແລ້ວກໍຈະຊ່ວຍໃຫ້ການຈັດຕັ້ງປະຕິບັດນະໂຍບາຍ 6 ສ ຂອງນະຄອນຫລວງວຽງຈັນບັນລຸເປົ້າໝາຍວາງໄວ້ຢ່າງແນ່ນອນ.
          ນະໂຍບາຍ 6 ສ ໄດ້ຖືກກໍານົດຂຶ້ນໃນມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະ
ພັກນະຄອນຫລວງວຽງຈັນແຕ່ປີ (2011-2015) ເພື່ອເປັນທິດທາງໃນການພັດທະນາຕົວເມືອງນະຄອນຫລວງວຽງຈັນເປັນເຂດທີ່ໜ້າຢູ່, ມີຄວາມສະຫງົບເປັນລະບຽບຮຽບຮ້ອຍ, ສະອາດສວຍງາມ ແລະ ມີສະພາບແວດລ້ອມທີ່ດີ. ແຕ່ໃນໄລຍະຫລາຍປີຜ່ານມາການປະຕິບັດຕົວຈິງໃນແຕ່ລະ ສ ແມ່ນມີຄວາມຫຍຸ້ງຍາກ ແລະ ມີຄວາມຄືບໜ້າຊ້າ, ເນື່ອງຈາກພົວພັນກັບຫລາຍຂະແໜງ, ນິຕິກໍາ ຫລື ມາດຕະການໃນການຈັດຕັ້ງປະຕິບັດບໍ່ທັນຮັດກຸມ, ງົບປະມານມີຈໍາກັດ ແລະ ບັນຫາອັນສໍາຄັນແມ່ນການຮັບຮູ້ເຂົ້າໃຈ ແລະ ຕືນຕົວຂອງຄົນສັງຄົມໃນການປະຕິບັດນະໂຍບາຍດັ່ງກ່າວຍັງມີໜ້ອຍ.


No comments:

Post a Comment