Ad

Ad

18 February 2016

ຂັບລົດໄວ ເປັນຕົ້ນເຫດໃຫ້ເກີດອຸປະຕິເຫດ ແລະ ເສຍຊີວິດໄດ້ງ່າຍ

          ຊາຍໜຸ່ມໄວ 34 ປີ ຂັບລົດບິກໄບ້ດ້ວຍຄວາມໄວ ເຈີດລົງຄອງນ້ຳແຄມທາງ ຢູ່ເຂດບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ເສຍຊີວິດຄາທີ່.

ເຈົ້າໜ້າທີ່ ຈະລາຈອນ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ເວລາປະມານ 23:50 ໂມງຂອງວັນທີ 15 ກຸມພາຜ່ານມາ, ຢູ່ຖະໜົນດົງຄຳຊ້າງ ເຂດບ້ານຊຽງດາ ເມືອງໄຊເສດຖາ ໄດ້ມີລົດຈັກບິກໄບ້ສີແດງ ໝາຍເລກທະບຽນ ຈມ 2344 ຂັບຂີ່ໂດຍທ້າວ ວຽງໄຊ ອາຍຸ 34 ປີ, ກຳມະກອນ ຢູ່ບ້ານໜອງພົງ ເມືອງຫາດຊາຍຟອງ ຂັບຂີ່ດ້ວຍຄວາມໄວສູງ ພໍມາຮອດຈຸດເກີດເຫດເກີດເສຍຫລັກ ເຈີດລົງຄອງນ້ຳຂ້າງ
ທາງ ຄໍຫັກເສຍຊີວິດຄາທີ່ ແລະ ໃນເວລາ 2:20 ໂມງ ຂອງວັນທີ 16 ກຸມພາ, ຢູ່ເຂດບ້ານທ່າເດື່ອ ເມືອງຫາດຊາຍຟອງ ໄດ້ເກີດເຫດລົດຈິບຕຳເອົາທ້າຍລົດຈັກ ບໍ່ມີໝາຍເລກທະບຽນ ຢ່າງແຮງ ສົ່ງຜົນໃຫ້ຜູ້ຂັບລົດຈັກຊື່ທ້າວ ຈັນເພັງ ອາຍຸ 34 ປີ ກຳມະກອນ ຢູ່ບ້ານທ່າເດື່ອ ເມືອງຫາດຊາຍຟອງ ເສຍຊີວິດຄາທີ່.

No comments:

Post a Comment