Ad

Ad

18 February 2016

ລັດເພີ່ມຄວາມເຂັ້ມງວດຄຸ້ມຄອງປ້າຍໂຄສະນາ


        ລັດຖະບານໄດ້ເພີ່ມຄວາມເຂັ້ມງວດໃນການຄຸ້ມຄອງປ້າຍໂຄສະນາທຸກປະເພດໃນທົ່ວປະເທດຮັດກຸມກວ່າເກົ່າດ້ວຍການອອກດໍາລັດວ່າດ້ວຍປ້າຍ, ພາຍຫລັງເຫັນວ່າສະພາບການຕິດຕັ້ງປ້າຍໂຄສະນາໃນປັດຈຸບັນຍັງຊະຊາຍ, ບໍ່ເປັນລະບຽບຈົບງາມ ແລະ ບໍ່ຖືກຕາມລະບຽບຫລັກການ, ໂດຍມອບໃຫ້ກະຊວງຖະແຫລງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວເປັນຜູ້ຮັບຜິດຊອບໃນການຕິດຕາມ, ກວດກາການຈັດຕັ້ງປະຕິບັດດໍາລັດດັ່ງກ່າວໃຫ້ມີຜົນສັກສິດ ແລະ ເຂັ້ມງວດເພື່ອຮັບປະກັນໃຫ້ຜູ້ປະກອບການດໍາເນີນທຸລະກິດສອດຄ່ອງຕາມລະບຽບກົດໝາຍ ແລະ ຖືກຕ້ອງຕາມປະເພນີອັນດີງາມຂອງຊາດ.
           ດໍາລັດດັ່ງກ່າວໄດ້ລະບຸເນື້ອໃນສໍາຄັນຄື: ຜູ້ປະກອບການທຸລະກິດກ່ຽວກັບປ້າຍຕ້ອງຮັບ ປະກັນໃຫ້ຖືກຕ້ອງຕາມແນວທາງນະໂຍບາຍ, ກົດໝາຍ, ລະບຽບການ ແລະ ມູນເຊື້ອວັດທະນາທໍາອັນດີງາມຂອງຊາດ, ທັງສອດຄ່ອງກັບກົນໄກເສດຖະກິດຕະຫລາດ ແລະ ສາມາດເຊື່ອມໂຍງສາກົນ, ຮັບປະກັນດ້ານຜົນປະໂຫຍດໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ສະໜອງເນື້ອໃນຄວາມຮູ້, ຂໍ້ມູນຂ່າວສານການບໍລິການ, ການບັນເທິງເພື່ອຜົນປະໂຫຍດແກ່ສັງຄົມ, ຮັບປະກັນດ້ານເນື້ອໃນ, ຮູບແບບ, ສີສັນ ແລະ ນໍາໃຊ້ຫລັກພາສາໃຫ້ຖືກຕ້ອງ, ການຕິດຕັ້ງຕ້ອງຮັບປະກັນຕໍ່ສິ່ງ

ແວດລ້ອມ, ຄວາມສວຍງາມ, ຄວາມປອດໄພຕໍ່ສັງຄົມ. ຂະນະດຽວກັນປ້າຍໂຄສະນາທຸກປະເພດຫ້າມແຕະຕ້ອງເຖິງຄວາມໝັ້ນຄົງ, ຄວາມສະຫງົບ ແລະ ຄວາມລັບຂອງຊາດ, ຫ້າມແຕະຕ້ອງເຖິງວັດທະນະທໍາອັນດີງາມ ແລະ ຄວາມສາມັກຄີຂອງປະຊາຊົນບັນດາເຜົ່າ ແລະ ສາກົນ, ຫ້າມບິດເບື້ອນຄວາມຈິງ, ໂຄສະນາເກີນຈິງ ແລະ ແຕະຕ້ອງເຖິງກຽດສັກສີຂອງອົງການຈັດຕັ້ງ ແລະ ບຸກຄົນ, ຫ້າມໃຊ້ພາສາຕ່າງປະເທດທັງໝົດ, ຫ້າມຕິດປ້າຍໂຄສະນາໃສ່ລົດທຸກປະເພດໂດຍບໍ່ໄດ້ຮັບອະນຸຍາດຈາກຂະແໜງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ. ອັນສໍາຄັນແມ່ນຫ້າມນາບຂູ່ ແລະ ຊື້ຈ້າງຈອບອອຍພະນັກງານທີ່ມີໜ້າທີ່ຄຸ້ມຄອງປ້າຍ ແລະ ພືດຕິກໍາອື່ນໆທີ່ເປັນການລະເມີດລະບຽບກົດ    ໝາຍໂດຍເດັດຂາດ.

No comments:

Post a Comment