Ad

Ad

12 February 2016

ສານນະຄອນຫລວງ ຕັດສິນຈຳຄຸກ 3 ປີ ຍ້ອນລັກໂຕນໜີຈາກຄ້າຍຄຸມຂັງ

     ເມື່ອບໍ່ດົນນີ້ ສານປະຊາຊົນນະຄອນຫຼວງວຽງຈັນ ໄດ້ຕັດສິນລົງໂທດທ້າວ ເກດສະໜາ ອາຍຸ 38 ປີ ຢູ່ບ້ານຕາດທອງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃຫ້ຈຳຄຸກເປັນເວລາ 3 ປີພ້ອມປັບໃໝ່ 2,3 ລ້ານກີບ, ໃນຂໍ້ຫາໂຕນໜີຈາກຄ້າຍຄຸມຂັງດັດສ້າງເມືອງສີໂຄດຕະບອງ ແລະ ຄະດີມີຢາເສບຕິດໄວ້ໃນຄອບຄອງ, ໂດຍຜູ້ກ່ຽວຖືກເຈົ້າໜ້າທີ ປກສ ເມືອງສີໂຄດຕະບອງ ຈັບຕົວເມື່ອວັນທີ 17 ຕຸລາ 2013 ໃນຂໍ້ຫາມີຢາເສບຕິດຈຳນວນໜຶ່ງໄວ້ໃນຄອບຄອງ ແລະ ໃນຂະນະຖືກຄຸມຂັງຢູ່ຄຸກເມືອງສີໂຄດຕະບອງໄດ້ປະມານເດືອນກວ່າ ຜູ້ກ່ຽວໄດ້ຮ່ວມກັບໝູ່ໃນຄຸກຈຳນວນໜຶ່ງລັກໂຕນໜີຈາກຄ້າຍຄຸມຂັງດັ່ງກ່າວ, ແລ້ວໄປລີ້ຢູ່ເມືອງປາກງື່ມ, ຈົນຕົກມາຮອດວັນທີ 3 ມີນາ 2015, ຜູ້ກ່ຽວຈຶ່ງ ໄດ້ມາຊື້ຢາບ້ານຳໄວລຸ້ນຢູ່ເຂດບ້ານເມືອງວາທົ່ງ ເມືອງສີໂຄດຕະບອງ ຈຶ່ງຖືກເຈົ້າໜ້າທີ່ ປກສ ເມືອງດັ່ງກ່າວຈັບຕົວໄດ້, ພ້ອມຂອງກາງຢາບ້າ 3 ເມັດ ມາດຳເນີນຄະດີຕາມລະບຽບກົດໝາຍ.

No comments:

Post a Comment