Ad

Ad

12 February 2016

ໂຄງການຮ່ວມມື ລາວ- ຢູນິເຊັບ ມີຄວາມຄືບໜ້າ 97%

ກອງປະຊຸມທົບທວນຜົນສຳເລັດ ແລະ ກຳນົດແຜນງານບູລິມະສິດໃນປີ 2016 ລະຫວ່າງລັດຖະບານລາວ ແລະ ອົງການຢູນີເຊັບ ໄດ້ຈັດຂຶ້ນໃນວັນທີ 11 ກຸມພານີ້ ທີ່ນະຄອນຫລວງວຽງຈັນ ເພື່ອສ້າງຄວາມເຂົ້າໃຈກ່ຽວກັບບູລິມະສິດການພັດທະນາໃນປີ 2016 ພ້ອມນີ້ຍັງໄດ້ທົບທວນການຈັດຕັ້ງປະຕິບັດແຜນງານໃນປີ 2015, ການຮ່ວມມືສອງຝ່າຍໃນປີຜ່ານມາ ເຊິ່ງຈະເປັນບົດຮຽນທີ່ດີ ແລະ ສືບຕໍ່ແກ້ໄຂຂໍ້ຄົງຄ້າງ, ໂດຍການເປັນປະທານຂອງ ທ່ານ ດຣ. ກິແກ້ວ ຈັນທະບູຣີ ລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະ ການລົງທຶນ, ມີທ່ານນາງ ຫົງເວ້ ກ້າວ ຜູ້ຕາງໜ້າ ອົງການຢູນິເຊັບ ປະຈຳລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. 

ທ່ານ ດຣ. ກິແກ້ວ ຈັນທະບູຣີ ກ່າວວ່າ: ແຜນການຮ່ວມມື ລະຫວ່າງ ລັດຖະບານລາວ ແລະ ອົງການຢູນີເຊັບ  ໄດ້ຈັດຕັ້ງປະຕິບັດໃນ 6 ແຜນງານເປັນຕົ້ນ ວຽກງານສຸຂະພາບແມ່ ແລະ ເດັກ, ການສຶກສາ, ວຽກງານນ້ຳສະອາດ ແລະ ສຸຂະນາໄມ, ການປົກປ້ອງເດັກ, ແຜນນະໂຍບາຍ ແລະ  ການໂຄສະນາ  ເຊິ່ງ 6 ແຜນງານ ມີບົດບາດສຳຄັນ ໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະ ກິດສັງຄົມ ໂດຍສະເພາະແຜນງານ 5 ປີ ຄັ້ງທີ VII ຂອງລັດຖະບານ ໄດ້ຊຸກຍູ້ເຮັດໃຫ້ການຈັດຕັ້ງປະຕິບັດແຜນງານ ໄດ້ຮັບຜົນສຳເລັດຕາມຄາດໝາຍໂຄງການສາມາດປະຕິບັດໄດ້ 97% ຄິດເປັນມູນຄ່າ 9 ລ້ານກວ່າໂດລາສະຫະລັດ ໃນນັ້ນ, ມີວຽກງານການສຶກສາ ສາມາດປະຕິບັດໄດ້ 86%ວຽກສຸຂະພາບແມ່ ແລະ ເດັກວຽກນ້ຳສະອາດ ແລະ ສຸຂະນາໄມ, ວຽກປົກປ້ອງເດັກ, ແຜນນະໂຍບາຍ ແລະ  ການໂຄສະນາ ສາມາດປະຕິບັດໄດ້ 100% ສິ່ງດັ່ງກ່າວນັ້ນ , ສາມາດຢັ້ງຢືນໄດ້ວ່າ ອົງການຢູນິເຊັບ  ໄດ້ປະກອບສ່ວນຢ່າງຕັ້ງໜ້າ ໃນວຽກງານແກ້ໄຂຄວາມທຸກຍາກຢ່າງແທ້ຈິງ.

ແນວໃດກໍຕາມ ເພື່ອສືບຕໍ່ຜົນສຳເລັດດັ່ງກ່າວ ໃນການຈັດຕັ້ງປະຕິບັດຕົວຈິງແມ່ນໄດ້ມີການແລກປ່ຽນຂໍ້ມູນຂ່າວ ສານ ແລະ ປຶກສາຫາລື ເພື່ອສ້າງຄວາມເຂັ້ມແຂງໃນການປະສານງານ ລະຫວ່າງສູນກາງກັບທ້ອງຖິ່ນເພື່ອຮັບປະກັນແຜນພັດທະນາເສດຖະກິດສັງຄົມໃຫ້ຫລຸດພົ້ນອອກຈາກປະເທດດ້ອຍພັດທະນາ.

No comments:

Post a Comment