Ad

Ad

12 February 2016

ສະພາແຫ່ງຊາດກຽມພາຫະນະຮັບໃຊ້ການເລືອກຕັ້ງ ສສຊ-ສສຂ

          ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານດ້ານຕ່າງໆ ໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ VIII (ສສຊ) ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ມີຜົນສຳເລັດຕາມລະດັບຄາດໝາຍນັ້ນ, ຫ້ອງວ່າການສະພາແຫ່ງຊາດ ໄດ້ມີການຈັດຊື້ພາຫະນະ ຈຳນວນ 36 ຄັນ ຈາກບໍລິສັດໂຄລາວກຣຸບ ໂດຍການນຳໃຊ້ງົບປະມານເພື່ອຮັບໃຊ້ການເລືອກຕັ້ງ ເຊິ່ງໃນວັນທີ 11 ກຸມພາ ນີ້ ຢູ່ສະພາແຫ່ງຊາດ ໄດ້ມີພິທີມອບ-ຮັບ ການຊື້ຂາຍພາຫະນະຈຳນວນດັ່ງກ່າວ ລະຫວ່າງ ຫ້ອງວ່າການສະພາແຫ່ງຊາດ ແລະ ບໍລິສັດໂຄລາວກຣຸບ. ພາຫະນະຈຳນວນນີ້ ທາງຫ້ອງວ່າການສະພາແຫ່ງຊາດ ຈະມອບໃຫ້ບັນດາເຂດເລືອກຕັ້ງຕ່າງໆ ຕາມຄວາມເໝາະສົມ.


          ການເລືອກຕັ້ງ ສສຊ ແລະ ສສຂ ແມ່ນຈະດຳເນີນຂຶ້ນໃນວັນທີ 20 ມີນານີ້ ເຊິ່ງປັດຈຸບັນເຂດເລືອກຕັ້ງຕ່າງໆໃນຂອບເຂດທົ່ວປະເທດພວມດຳເນີນການກະກຽມຄວາມພ້ອມ ທາງດ້ານບຸກຄະລາກອນ, ການເຜີຍແຜ່ເນື້ອໃນເອກະສານກ່ຽວກັບການເລືອກຕັ້ງລວມເຖິງການຈັດຊຸດຝຶກອົບຮົມໃຫ້ພະນັກງານຫລັກແຫລ່ງຢູ່ບັນດາແຂວງຕ່າງໆ ທັງນີ້ເພື່ອເຮັດໃຫ້ການເລືອກຕັ້ງ ສສຊ ແລະ ສສຂ ດຳເນີນໄປຢ່າງມີປະສິດທິພາບ ແລະ ມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

No comments:

Post a Comment