Ad

Ad

12 February 2016

ການ​​ແຂ່ງ​ຂັນ​ຮ້ອງ​​ເພງ​ຊີງ​ຂັນ​ລັ​ດຖະມົນຕີ​ກະຊວງ​ສຶກສາ​ທິການ ​ແລະ ກິລາ​ຈະ​ເລີ່​ມຂຶ້ນ​​ໃນ​ທ້າ​ຍ​ເດືອນ​ກຸມພາ​ນີ້

          ບ່າຍວັນທີ 11 ກຸມພາ ນີ້, ຢູ່ທີ່ສູນການຄ້າວຽງຈັນເຊັນ​​ເຕີ, ນະຄອນຫຼວງວຽງຈັນ, ​ໄດ້ມີການຖະແຫຼງຂ່າວກ່ຽວກັບການແຂ່ງຂັນຮ້ອງເພງ ຊິງຂັນທ່ານລັດຖະມົນຕີວ່າການກະຊວງສຶກສາທິການແລະ ກິລາ​​, ​ໂດຍ​​ການຖະແຫຼງຂອງທ່ານບຸນສຸກທິລະສັກ ຫົວໜ້າກົມພະລະສຶກສາແລະ ສິລະປະສຶກສາວ່າ: ​ໂຄງການດັ່ງກ່າວ​ ​ແມ່ນໄດ້ຮັບການອຸປະຖຳ​​ຈາກ ບໍລິສັດເບຍລາວ, ຊຶ່ງໃນປີຜ່ານມາໂຄງການດັ່ງກ່າວໄດ້ຮັບການຕອບຮັບເປັນຢ່າງດີແລະ ມີນ້ອງນັກຮຽນສະໝັກເຂົ້າຮ່ວມ​​ແຂ່ງຂັນ​​ເກືອບ 700 ຄົນແລະໃນປີນີ້ຈະມີຄວາມ​​ແຕກຕ່າງຈາກປີຜ່ານມາ, ຊຶ່ງ​​ຈະເນັ້ນເພງທີ່ມີລັກສະນະສາກົນ, ຮ້ອງດ່ຽວປະກອບດົນຕຣີ, ມີຈັງຫວະຊ້າແລະໄວເພື່ອຊີງທຶນການສຶກສາແລະ ມີໂອກາດເຂົ້າເປັນນັກຮ້ອງໃນຄ້າຍເພງທີ່ມີຊື່ສຽງ​​ໃນ
ປະເທດນຳອີກ, ​ເຊິ່ງເປົ້າໝາຍຂອງຜູ້ສະໝັກ​​ເຂົ້າຮ່ວມການ​​ແຂ່ງຂັນແມ່ນນັກຮຽນ-ນັກສຶກສາ ມີອາຍຸລະຫວ່າງ 15-20 ປີເທົ່ານັ້ນແລະ ບໍ່​​ເຄີຍສັງກັດຢູ່ຄ້າຍ​​ເພງໃດມາກ່ອນແລະ ຈະຈັດ​​ເປັນ 3 ຮອບຄື: ຮອບຄັດເລືອກທີໜຶ່ງຈະຈັດຂຶ້ນໃນວັນທີ 27 ກຸມພາ 2016 ທີ່ສູນການຄ້າວຽງຈັນເຊັນເຕີ, ​ໂດຍຄັດເລືອກເອົາຜູ້ສຽງດີ ຈຳນວນ 30 ຄົນ, ຂອງຈຳນວນຜູ້ສະໝັກທັງໝົດ, ຮອບທີສອງແມ່ນຮອບຮອງຊະນະເລີດ ຈະຈັດຂຶ້ນໃນຫວ່າງວັນທີ 11 ມີນາ 2016 ທີ່ຫໍວັດທະນະທຳ​​ແຫ່ງຊາ, ຊຶ່ງໃນຮອບນີ້ ຈະຄັເລືອກເອົາຜູ້ສຽງດີ, ມີລີລາທ່າທາງດີແລະ ມີພອນສະຫວັນໃນການເປັນນັກຮ້ອງ ຈຳນວນ 12 ຄົນແລະ ຮອບທີສາມແມ່ນຮອບຊີງຊະນະເລີດ ຈະຈັດຂຶ້ນໃນລະຫວ່າງວັນທີ 5 ​ເມສາ 2016  ທີ່ຫໍວັດທະນະທຳ​​ແຫ່ງຊາດ, ​ເຊິ່ງມີມູມຄ່າລາງວັນຫຼາຍກວ 80 ລ້ານກີບ, ​ໃນນັ້ນລາງວັນທີ 1 ຈະ​​ໄດ້ຮັບທຶນການສຶກສາຈຳນວນ 15 ລ້ານກີບພ້ອມດ້ວຍຂັນລັດຖະມົນຕີວ່າການກະຊວງສຶກສາແລະ ກິລາ, ​ໃບກຽດຕິຄຸນແລະ ຂອງຂວັນຈາກຜະລິດຕະພັນແປັບຊີ ຈຳກັ, ລາງວັນທີ 2 ​ໄດ້ຮັບທຶນການສຶກສາຈຳນວນ 10 ລ້ານກີບ ພ້ອມໃບກຽດຕິຄຸນແລະ ຂອງຂວັນຈາກຜະລິດຕະພັນແປັບຊີ ​​ແລະ ລາງວັນທີ 3 ​ໄດ້ຮັບທຶນການສຶກສາ ຈຳ ນວນ 8 ລ້ານກີບ ພ້ອມໃບກຽດຕິຄຸນ, ນອກຈາກນີ້ຍັງມີລາງວັນການສະ​​ແດງດີເດັ່ນແລະ ລາງວັນມິດຕະພາບນຳອີກ. ຮອງຫົວໜ້າກົມພະລະແລະ ສິລະປະສຶກສາໄດ້ກ່າວວ່າ: ​ການແຂ່ງຂັນດັ່ງກ່າວຈັດຂຶ້ນເພື່ອເປັນການສົ່ງເສີມນັກຮຽນຜູ້ທີ່ມັກ​​ໃນການຮ້ອງ​​ເພງ​, ໄດ້ມີໂອກາດສະແດງຄວາມສາມາດແລະ ພອນສະຫັວນຂອງ​​ເຂົາ​​ເຈົ້າ, ສົ່ງເສີມນັກຮຽນໄດ້ໃຊ້ເວລາຫວ່າງ​​ເປັນປະໂຫຍໃນການຮຽນຮູ້ສິລະປະ-ວັດທະນະທຳທັງພາຍໃນແລະ ຕ່າງປະເທດ ທີ່ມຄວາມເປັນ​​ເອກະລັກຂອງຊາແລະ ຫ່າງໄກຈາກອະບາຍຍະມຸກ, ສິງ​​ເສບຕິດແລະ ຫຼີກເວັຈາກປກົດການຫຍໍ້ທໍ້ຕ່າງໆແລະ ສົ່ງເສີມການຈັດກິດຈະກຳການຮຽນ​-ການສອນສິລະປະສຶກສາໃນໂຮງຮຽນສາມັນສຶກສາໃຫ້ເກີດຜົນ​​ແກ່ນັກຮຽນໄປຕາມ 3 ລັກສະນະແລະ 5 ຫຼັກມູນ ທີ່ກະຊວງສຶກສາທິການແລະ ກິລາໃຫ້ໄດ້ຕາມກຳນົດໄວ້.

No comments:

Post a Comment