Ad

Ad

12 February 2016

ຖະແຫລງການລັດຖະມົນຕີຕ່າງປະເທດອາຊຽນວ່າດ້ວຍການຍິງລູກສອນໄຟຂອງສາທາລະນະລັດປະຊາຊົນປະຊາທິປະໄຕເກົາຫລີ

          ອາຊຽນໄດ້ຮັບຊາບການຍິງລູກສອນໄຟຂອງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫລີ (ສປປ ເກົາຫລີ) ໃນວັນທີ 7 ກຸມພາ 2016, ອາຊຽນໄດ້ຕິດຕາມສະຖານະການຢູ່ແຫລມເກົາຫລີຢ່າງໃກ້ຊິດ ແລະ ມີຄວາມເປັນຫ່ວງຮ່ວມກັບວົງຄະນະຍາດສາກົນຕໍ່ບັນດາສະພາບການທີ່ເກີດຂຶ້ນຫວ່າງບໍ່ດົນມານີ້ໃນຂົງເຂດດັ່ງກ່າວ, ອາຊຽນຮຽກຮ້ອງຢ່າງແຂງແຮງໃຫ້ ສປປ ເກົາຫລີ ປະຕິບັດຕາມຍັດຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ, ອາຊຽນຢືນຢັນຄືນການສະໜັບສະໜູນຂອງຕົນຢ່າງເຕັມປ່ຽມ ເພື່ອຟື້ນຟູການເຈລະຈາ 6 ຝ່າຍໃນເວລາອັນໄວ ແລະ ເພື່ອເຮັດໃຫ້ແຫລມເກົາຫລີປາສະ ຈາກອາວຸດນິວເຄຼຍໂດຍສັນຕິວິທີ, ອາຊຽນຢ້ຳຄືນຄວາມສຳຄັນຂອງການປຶກສາຫາລື ແລະ ການຮ່ວມມືແບບສ້າງສັນເພື່ອຮັກ ສາສັນຕິພາບ ແລະ ຄວາມໝັ້ນຄົງໃນແຫລມເກົາຫລີ.

No comments:

Post a Comment