Ad

Ad

12 February 2016

ບຸນປີ​ໃໝ່​ລາວ​ປີ​ນີ້​ນະຄອນຫຼວງຈະ​ຈັດ​ໃຫ້​ຍິ່ງ​ໃຫຍ່ ​ແລະ ມີ​ມົນສະ​ເໜ່

ທ່ານ ສາຍທອງແກ້ວດວງດີ ຮອງເຈົ້າຄອງນະຄອນຫຼວງວຽງຈັນ​​ໄດ້ຖະແຫຼງຕໍ່ສື່ມວນຊົນໃນວັນທີ 11 ກຸມພານີ້ວ່າ: ປັດຈຸບັນນະ ຄອນຫຼວງວຽງຈັນໄດ້ເລີ່ມການຫ້າງຫາກະກຽມໃຫ້ແກ່ການຈັດງານບຸນປີໃໝ່ລາວປະຈຳປີ ພສ 2559 (2016) ຊຶ່ງປີນີ້ຈະຈັດຂື້ນເປັນເວລາ 4 ວັນຄື: ວັນທີ 13, 14, 15  ​ແລະ 16 ​​ເມສາທີ່ຈະມາເຖິງແລະ ຈະຈັດໃຫ້ມີຫຼາຍໆກິດຈະກຳດັ່ງປີຜ່ານມາຄື: ການແຫ່ນາງສັງຂານ, ການຕົບພະທາດຊາຍຢູ່ຫາດດອນຈັນ, ການຫົດສົງພະ, ການສະແດງສີລະປະດົນດີແລະ ການແຂ່ງຂັນກິລາຕ່າງໆຕາມຮີດຄອງປະເພນີທີ​​ເຄີຍປະຕິບັດມາ, ພິເສດທຸກໆກິດຈະກຳໃນບຸນປີໃໝ່ລາວປີນີ້ນະຄອນຫຼວງວຽງຈັນຈະຈັດ​​ໃຫ້ຍິ່ງໃຫຍ່ແລະ ມີມົນສະເໜ່ສ້າງຄວາມປະດັບໃຈໃຫ້ແກ່ນັກທ່ອງທ່ຽວຜູ້ທ່ີ່ມາທ່ຽວຊົມ,​ ເນື່ອງຈາກປີນີ້ເປັນປີທີ່
ສຳຄັນຕໍ່ປະເທດເຮົາ,​ເປັນຕົ້ນແມ່ນວັນສະຖາປານາ ສປປ ລາວ ຄົບຮອບ 60 ປີ, ການເຂົ້າເປັນປະຊາຄົມເສດຖະກິດອາຊຽນຂອງລາວ​​ເຮົາ, ພ້ອມນັ້ນຍັງເປັນປີຄົບຮອບ 450 ປີການສ້າງຕັ້ງພະທາດຫຼວງແລະ ອື່ນໆ​,ພ້ອມນັ້ນໃນປີນີ້ປະເທດເຮົາຍັງໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນແລະ ກອງປະຊຸມສຳຄັນອື່ນໆ,ດັ່ງນັ້ນມັນມີຄວາມຈຳເປັນຢ່າງຍິ່ງທີ່ຈະເຮັດໃຫ້ປະເທດຕ່າງໃນອາຊຽນ ກໍຄືສາກົນ​​ໄດ້ຮັບຮູ້ເຖິງວັດທະນະທຳແລະ ຮີດຄອງປະເພນີອັນດີງາມຂອງປະເທດເຮົາແລະເຊື່ວ່າບຸນປີໃໝ່ລາວຈະເປັນສິ່ງທີ່ບົ່ງບອກເຖິງຮີດຄອງປະເພນີແລະ ວັດທະນະທຳຂອງຊາດເຮົາໄດ້ເປັນຢ່າງດີ.

ທ່ານ ຮອງເຈົ້າຄອງກ່າວວ່າ: ບຸນປີ​​ໃໝ່ລາວປີນີ້ຍັງຈະຈັດໃຫ້ມີການເດີນແບບ​​ເສື້ອຜ້າອາພອນລາວທີ່ຍິ່ງໃຫຍ່ ​​ແລະ ຈັດການ​​ແຂ່ງຂັນກິລາບານສົ່ງຫາດຊາຍທີ່ຍິ່ງໃຫຍ່ເປັນຄັ້ງທຳອິດ​​ໂດຍຈະເຊີນເອົານັກກິລາຈາກບັນດາປະເທດອາຊຽນເຂົ້າຮ່ວມແຂ່ງຂັນນຳດ້ວຍແລະ ການປະກວດນາງສາວນະຄອນຫຼວງວຽງຈັນຫຼືນາງສັງຂານ ນະຄອນຫຼວງວຽງຈັນປີນີ້ກໍຖືເປັນກິດຈະກຳໜຶ່ງທີ່ສຳຄັນ,​ເນື່ອງຈາກນາງສາວນະຄອນຫຼວງຈະເປັນຜູ້ໜຶ່ງຈະເຮັດໜ້າທີ່ເຜີຍແຜ່ວັດທະນະທຳອັນດີງາມຂອງຊາດໃຫ້ພາຍນອກໄດ້ຮັບຮູ້,ດັ່ງນັ້ນຈຶ່ງຂໍເຊີນໄວໜຸ່ມຍິງເລະ ລູກຫຼານຊາວນະຄອນຫຼວງວຽງຈັນຜູ້ທີ່ມີຮູບ​​ໂສມພະນົມພັນ​​ສວຍງາມເຂົ້າຮ່ວມການປະກວດນາງສັງຂານປະຈຳປີນີ້ດ້ວຍ,ສ່ວນລາຍສະອຽດຂອງກິດຈະກຳຕ່າງໆທາງໜັງສືພິມລາວພັດທະນາຂອງພວກເຮົາຈະ​​ແຈ້ງໃຫ້ຊາບ​​ຕາມພາຍຫຼັງ.

No comments:

Post a Comment